ຂ່າວສານ

ຈັດເຂດເສດຖະກິດ ກວ໋າງອຽນ ຖືກຈັດເຂົ້າໃນແຜນຜັງພັດທະນາບັນດາເຂດເສດຖະກິດແຄມທະເລ

      ນາຍົກລັດຖະມົນຕີຫວຽດນາມ ຫາກໍອະນຸມັດຜ່ານການຈັດເຂດເສດຖະກິດແຄມທະເລ ກວ໋າງອຽນ (ແຂວງກວ໋າງນິງ) ເຂົ້າໃນແຜນຜັງພັດທະນາບັນດາເຂດເສດຖະກິດແຄມທະເລຢູ່ຫວຽດນາມ ຮອດປີ 2020.

 ເສັ້ນທາງຄວາມໄວສູງ ຮະລອງ - ເວິນໂດນ (ພາບ: TTXVN)
      ທ່ານນາຍົກລັດຖະມົນຕີຫວຽດນາມ ຫາກໍອະນຸມັດຜ່ານການຈັດເຂດເສດຖະກິດແຄມທະເລ ກວ໋າງອຽນ (ແຂວງກວ໋າງນິງ) ເຂົ້າໃນແຜນຜັງພັດທະນາບັນດາເຂດເສດຖະກິດແຄມທະເລຢູ່ຫວຽດນາມ ຮອດປີ 2020 ດ້ວຍຂອບຂະໜາດກວ້າງກວ່າ 13.300 ha.
        ນາຍົກລັດຖະມົນຕີ ໄດ້ມອບໃຫ້ແຂວງກວ໋າງນິງ ປະຕິບັດການຈັດແບ່ງໄລຍະລົງທຶນໃຫ້ເໝາະສົມ, ເລືອກເຟັ້ນຂົງເຂດ ແລະ ນັກລົງທຶນ ເພື່ອດຶງດູດການລົງທຶນໃຫ້ສອດຄ່ອງກັບແຕ່ລະເຂດຂອງເຂດເສດຖະກິດ; ພັດທະນາໂຄງປະກອບພື້ນຖານໂຄງລ່າງຢູ່ພາຍໃນ ແລະ ພາຍນອກເຂດເສດຖະກິດໃຫ້ຄົບຊຸດ ເພື່ອຮ່ວມສໍາພັນລະຫວ່າງເຂດເສດຖະກິດກວ໋າງອຽນ ກັບບັນດາເຂດພັດທະນາເສດຖະກິດອື່ນໆ ແນໃສ່ກໍ່ສ້າງເຂດເສດຖະກິດຫຼັກແຫຼ່ງໃຫ້ແກ່ກວ໋າງນິງ ແລະ ເຂດເສດຖະກິດຈຸດສຸມຂອງພາກເໜືອ. 
 (ແຫຼ່ງຄັດຈາກ VOV)


top