ວັນທີ 15 ຕຸລາ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ສົມທົບກັບກອງທຶນສປຊ ເພື່ອເດັກນ້ອຍ (UNICEF) ແລະ ຄະນະເລຂາ ອາຊຽນ ຈັດຕັ້ງ “ກອງປະຊຸມອາຊຽນ - UNICEF ກ່ຽວກັບການຫັນເປັນດີຕີຕອນໃນລະບົບການສຶກສາອາຊຽນ” ກອງປະຊຸມແມ່ນເພື່ອຢັ້ງຢືນຄວາມຈຳເປັນ ຕ້ອງພັດທະນາທັກສະດີຈີຕອນ, ທັກສະທີ່ສາມາດຖ່າຍທອດໃນລະບົບການສຶກສາອາຊຽນ.
ເມື່ອເນັ້ນໜັກເຖິງບຸລິມະສິດແຖວໜ້າໃນການຍົກສູງທັກສະດີຈີຕອນ, ເປີດກ້ວາງຄວາມສາມາດໃນການສຳຜັດກັບໂລກດີຈີຕອນຂອງ ນັກສຶກສາ, ທ່ານ ຟຸ່ງຊວັນຍະ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໃຫ້ຮູ້ວ່າ: ນັກສຶກສາ ແລະ ຄູອາຈານຕ້ອງໄດ້ສຳຜັດກັບ ໂປຣແກຼມເຕັກໂນໂລຢີຂໍ້ມູນຂ່າວສານເພື່ອເຊື່ອມຕໍ່, ຂຸດຄົ້ນ, ໝູນໃຊ້ພູມປັນຍາຂອງມວນມະນຸດ. ເພື່ອນຳໃຊ້ເຕັກໂນໂລຢີໃຫ້ກ້ວາງຂວາງແລະ ເປັນລະບົບ, ທ່ານ ຟຸ່ງຊວັນຍະ ໄດ້ຮຽກຮ້ອງໃຫ້ບັນດາລັດຖະມົນຕີກະຊວງສຶກສາ ອາຊຽນ ຈົ່ງຮ່ວມແຮງຮ່ວມໃຈກັນ ສ້າງຊຸດມາດຕະຖານດີຕີຕອນ ໃຫ້ເປັນເອກະພາບໃນພາກພື້ນ, ມຸ່ງໄປເຖິງການສ້າງຕັ້ງ ກອບກຳລັງຄວາມສາມາດດີຈີຕອນ ທີ່ໄດ້ຮັບການຮັບຮອງຈາກບັນດາປະເທດສະມາຊິກ.ສິ້ນສຸດກອງປະຊຸມ, ບັນດາລັດຖະມົນຕີການສຶກສາ ອາຊຽນ ໄດ້ຮັບຮອງເອົາຖະແຫຼງການຮ່ວມ, ໂດຍໄດ້ຢັ້ງຢືນເຖິງຄວາມສຳຄັນຂອງ ຄວາມມານະພະຍາຍາມ, ເພີ່ມທະວີຊຸກຍູ້ການພັດທະນາທັກສະດີຈີຕອນ ແລະ ທັກສະຫັນເປັນດີຈີຕອນໃນລະບົບການສຶກສາ ຂອງບັນດາປະເທດສະມາຊິກອາຊຽນ. ລັດຖະມົນຕີບັນດາປະເທດກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດຖະແຫຼງການດັ່ງກ່າວ ແລະ ປະມວນຄວາມຮູ້ດີຈີຕອນເຂົ້າໃນແຜນການປະຕິບັດງານອາຊຽນກ່ຽວກັບການສຶກສາ ໃນໄລຍະ 2021 – 2025.
(ແຫຼ່ງຄັດຈາກ VOV)