ຂ່າວສານ

ຄຳໝັ້ນສັນຍາຫັນເປັນດີຕີຕອນໃນລະບົບ ການສຶກສາ ອາຊຽນ

      ສິ້ນສຸດກອງປະຊຸມ, ບັນດາລັດຖະມົນຕີການສຶກສາ ອາຊຽນ ໄດ້ຮັບຮອງເອົາຖະແຫຼງການຮ່ວມ, ໂດຍໄດ້ຢັ້ງຢືນເຖິງຄວາມສຳຄັນຂອງ ຄວາມມານະພະຍາຍາມ, ເພີ່ມທະວີຊຸກຍູ້ການພັດທະນາທັກສະດີຈີຕອນ ແລະ ທັກສະຫັນເປັນດີຈີຕອນໃນລະບົບການສຶກສາ ຂອງບັນດາປະເທດສະມາຊິກອາຊຽນ. 

ກອງປະຊຸມອາຊຽນ - UNICEF ກ່ຽວກັບການຫັນເປັນດີຕີຕອນໃນລະບົບການສຶກສາອາຊຽນ
(ພາບ: tienphong.vn
      ວັນທີ 15 ຕຸລາ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ສົມທົບກັບກອງທຶນສປຊ ເພື່ອເດັກນ້ອຍ (UNICEF) ແລະ ຄະນະເລຂາ ອາຊຽນ ຈັດຕັ້ງ “ກອງປະຊຸມອາຊຽນ - UNICEF ກ່ຽວກັບການຫັນເປັນດີຕີຕອນໃນລະບົບການສຶກສາອາຊຽນ”  ກອງປະຊຸມແມ່ນເພື່ອຢັ້ງຢືນຄວາມຈຳເປັນ ຕ້ອງພັດທະນາທັກສະດີຈີຕອນ, ທັກສະທີ່ສາມາດຖ່າຍທອດໃນລະບົບການສຶກສາອາຊຽນ.
            ເມື່ອເນັ້ນໜັກເຖິງບຸລິມະສິດແຖວໜ້າໃນການຍົກສູງທັກສະດີຈີຕອນ, ເປີດກ້ວາງຄວາມສາມາດໃນການສຳຜັດກັບໂລກດີຈີຕອນຂອງ ນັກສຶກສາ, ທ່ານ ຟຸ່ງຊວັນຍະ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໃຫ້ຮູ້ວ່າ: ນັກສຶກສາ ແລະ ຄູອາຈານຕ້ອງໄດ້ສຳຜັດກັບ ໂປຣແກຼມເຕັກໂນໂລຢີຂໍ້ມູນຂ່າວສານເພື່ອເຊື່ອມຕໍ່, ຂຸດຄົ້ນ, ໝູນໃຊ້ພູມປັນຍາຂອງມວນມະນຸດ. ເພື່ອນຳໃຊ້ເຕັກໂນໂລຢີໃຫ້ກ້ວາງຂວາງແລະ ເປັນລະບົບ, ທ່ານ ຟຸ່ງຊວັນຍະ ໄດ້ຮຽກຮ້ອງໃຫ້ບັນດາລັດຖະມົນຕີກະຊວງສຶກສາ ອາຊຽນ ຈົ່ງຮ່ວມແຮງຮ່ວມໃຈກັນ ສ້າງຊຸດມາດຕະຖານດີຕີຕອນ ໃຫ້ເປັນເອກະພາບໃນພາກພື້ນ, ມຸ່ງໄປເຖິງການສ້າງຕັ້ງ ກອບກຳລັງຄວາມສາມາດດີຈີຕອນ ທີ່ໄດ້ຮັບການຮັບຮອງຈາກບັນດາປະເທດສະມາຊິກ.
            ສິ້ນສຸດກອງປະຊຸມ, ບັນດາລັດຖະມົນຕີການສຶກສາ ອາຊຽນ ໄດ້ຮັບຮອງເອົາຖະແຫຼງການຮ່ວມ, ໂດຍໄດ້ຢັ້ງຢືນເຖິງຄວາມສຳຄັນຂອງ ຄວາມມານະພະຍາຍາມ, ເພີ່ມທະວີຊຸກຍູ້ການພັດທະນາທັກສະດີຈີຕອນ ແລະ ທັກສະຫັນເປັນດີຈີຕອນໃນລະບົບການສຶກສາ ຂອງບັນດາປະເທດສະມາຊິກອາຊຽນ. ລັດຖະມົນຕີບັນດາປະເທດກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດຖະແຫຼງການດັ່ງກ່າວ ແລະ ປະມວນຄວາມຮູ້ດີຈີຕອນເຂົ້າໃນແຜນການປະຕິບັດງານອາຊຽນກ່ຽວກັບການສຶກສາ ໃນໄລຍະ 2021 – 2025.
(ແຫຼ່ງຄັດຈາກ VOV)


top