• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ COP 26 ແມ່ນບາດລ້ຽວປະຫວັດສາດ

      ເມື່ອຕີລາຄາກ່ຽວກັບຄຳໝັ້ນສັນຍາຢ່າງແຮງດັ່ງກ່າວ, ທ່ານ ປ.ອ ໂດ໋ນາມທັ໊ງ ນັກຊ່ຽວຊານ ກ່ຽວກັບສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ, ສັງກັດມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ ຖືວ່າ ນີ້ແມ່ນບາດລ້ຽວປະຫວັດສາດໃນນະໂຍບາຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຂອງ ຫວຽດນາມ
ພາບປະກອບ: TTXVN
      ໃນບົດກ່າວປາໄສຢູ່ກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ທີ່ຫາກໍ່ໄດ້ດຳເນີນໃນຕົ້ນເດືອນພະຈິກ ຢູ່ Glasgow, ລາຊະອານາຈັກ ອັງກິດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ປະກາດຄຳໝັ້ນສັນຍາຂອງ ຫວຽດນາມ ຢ່າງເປັນທາງການວ່າຈະ ບັນລຸໄດ້ການປ່ອຍອາຍພິດລົງລະດັບ 0 ໃນປີ 2050.
      ເມື່ອຕີລາຄາກ່ຽວກັບຄຳໝັ້ນສັນຍາຢ່າງແຮງດັ່ງກ່າວ, ທ່ານ ປ.ອ ໂດ໋ນາມທັ໊ງ ນັກຊ່ຽວຊານ ກ່ຽວກັບສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ, ສັງກັດມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ ຖືວ່າ ນີ້ແມ່ນບາດລ້ຽວປະຫວັດສາດໃນນະໂຍບາຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຂອງ ຫວຽດນາມ, ນຳ ຫວຽດນາມ ເຊື່ອມໂຍງເຂົ້າກັບ ປະມານ 140 ປະເທດ ໃນໂລກ ເພື່ອປະຕິບັດ NetZero ໃນປີ 2050. ເຖິງຢ່າງໃດກໍຕາມ, ຕາມທ່ານ ປ.ອ ໂດ໋ນາມທັ໊ງ ແລ້ວ, ຫວຽດນາມ ຈະຕ້ອງມີຄວາມຕັດສິນໃຈສູງ ເພື່ອຫັນຄຳໝັ້ນສັນຍານີ້ ໃຫ້ປະກົດຜົນເປັນຈິງ ຍ້ອນວ່າ ຕ້ອງແກ້ໄຂສິ່ງທ້າທາຍຫຼາຍຢ່າງ,      ລວມມີການປ່ຽນແປງໂຄງປະກອບພື້ນຖານເສດຖະກິດໂດຍພື້ນຖານ.
      ຕາມທ່ານ ໂດ໋ນາມທັ໊ງ ແລ້ວ, ເຖິງວ່າຕ້ອງປະເຊີນໜ້າກັບສິ່ງທ້າທາຍ, ແຕ່ຫວຽດນາມ ກໍ່ມີກາລະໂອກາດຫຼາຍຢ່າງເພື່ອປະຕິບັດຄຳໝັ້ນສັນຍາ, ພ້ອມທັງຫັນໄປຍັງການພັດທະນາເສດຖະກິດຂຽວ, ຍືນຍົງພາຍຫຼັງໂລກລະບາດໂຄວິດ - 19, ຜ່ານແຫຼ່ງກຳລັງພາຍໃນປະເທດ ແລະ ການໜູນຊ່ວຍຈາກສາກົນ.
 (ແຫຼ່ງຄັດຈາກ VOV)
 

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top