ຮ່າງກົດໝາຍມີຫຼາຍຈຸດໃໝ່, ຄື: ຫັນລະບຽບການບໍລິຫານເປັນງ່າຍດາຍ, ສ້າງຄວາມສະດວກໃຫ້ແກ່ການຈົດທະບຽນ, ຢັ້ງຢືນສິດຊັບສິນທາງປັນຍາ, ກົນໄກແບ່ງປັນສິດຊັບສິນທາງປັນຍາ…
ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍສິດຊັບສິນທາງປັນຍາ (ພາບ: TTXVN)
ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ວັນທີ 15 ພະຈິກ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍສິດຊັບສິນທາງປັນຍາ, ເພື່ອສືບຕໍ່ສ້າງກອບຕິນິກຳຢ່າງໝັ້ນແກ່ນ ແລະ ສະດວກໃຫ້ແກ່ການເຄື່ອນໄຫວອາລັກຂາສິດຊັບສິນທາງປັນຍາ.
ຮ່າງກົດໝາຍມີຫຼາຍຈຸດໃໝ່, ຄື: ຫັນລະບຽບການບໍລິຫານເປັນງ່າຍດາຍ, ສ້າງຄວາມສະດວກໃຫ້ແກ່ການຈົດທະບຽນ, ຢັ້ງຢືນສິດຊັບສິນທາງປັນຍາ, ກົນໄກແບ່ງປັນສິດຊັບສິນທາງປັນຍາ… ພິເສດ, ຮ່າງກົດໝາຍໄດ້ພິຈາລະນາກຳນົດຖືສິດຊັບສິນທາງປັນຍາແມ່ນຊັບສົມບັດໜຶ່ງ. ນີ້ແມ່ນບາດກ້າວໃໝ່ໃນສະພາບ ຫວຽດນາມ ພວມຊຸກຍູ້ນະວັດຕະກຳ ແລະ ເຊື່ອມໂຍງເຂົ້າກັບສາກົນ. ທ່ານ ຫງວຽນງອັກເຊີນ, ສະມາຊິກສະພາແຫ່ງຊາດ ຫາຍຟ່ອງ, ຖືວ່າ:
“ບັນຫາທີ່ຂາດກອບນິຕິກຳນັ້ນແມ່ນຈຸດອຸດຕັນໃນໄລຍະຜ່ານມາ. ໂດຍເລີ່ມມາຈາກສິ່ງດັ່ງກ່າວ ສະນັ້ນ, ຮ່າງກົດໝາຍຍື່ນສະເໜີຕໍ່ສະພາແຫ່ງຊາດທີ່ສະໄໝປະຊຸມຄັ້ງນີ້ແມ່ນເພື່ອແກ້ໄຂຈຸດອຸດຕັນຕໍ່ການກຳນົດວ່າ ສິດຊັບສິນທາງປັນຍາແມ່ນໜຶ່ງໃນບັນດາສັບສິນບໍ່ເປັນວັດຖຸ. ຂ້າພະເຈົ້າຖືວ່າ, ນີ້ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນເພື່ອຊ່ວຍໃຫ້ເລື່ອງຖ່າຍທອດເຕັກໂນໂລຊີຢ່າງແທດຈິງ, ໂດຍສະເພາະແມ່ນແກ້ໄຂໄດ້ຈຸດອຸດຕັນໃນໄລຍະຜ່ານມາ.”
(ແຫຼ່ງຄັດຈາກ VOV)