ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.
ວົງເງິນສົ່ງອອກໃນ 10 ເດືອນຜ່ານມາບັນລຸກວ່າ 58 ຕື້ USD, ເພີ່ມຂຶ້ນເກືອບ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີ. ທົ່ວຂະແໜງສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍ, ມຸ່ງໄປເຖິງບັນລຸຄາດໝາຍວາງອອກໃນປີ 2025 ດ້ວຍໝາກຜົນຮອບດ້ານ ແລະ ຍືນຍົງ.
ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາໃນການຖະແຫຼງຂ່າວປະຈຳເດືອນພະຈິກຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ, ໄດ້ດຳເນີນໃນວັນທີ 5 ພະຈິກ ຢູ່ຮ່າໂນ້ຍ.
ຂໍ້ມູນຂ່າວໃນການຖະແຫຼງຂ່າວດັ່ງກ່າວເຜີຍໃຫ້ຮູ້ວ່າ, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົ່ງ, ສິນໃນນ້ຳເດືອນ ຕຸລາ ຄາດວ່າບັນລຸ 5,96 ຕື້ USD, ຍົກຍອດມູນຄ່າ 10 ເດືອນຂອງປີ 2025 ຂຶ້ນເປັນ 58 ຕື້ USD. ນີ້ແມ່ນຕົວເລກທີ່ໜ້າປະທັບໃຈໃນສະພາບການຝົນຕົກໜັກເກີດຂຶ້ນໃນວົງກວ້າງຢູ່ເກືອບທຸກແຂວງຂອງພາກເໜືອ ແລະ ພາກກາງ, ກໍ່ຜົນກະທົບຕໍ່ການປູກຝັງ, ລ້ຽງສັດ ແລະ ປູກລ້ຽງສິນໃນນ້ຳ. ອາຊີ ສືບຕໍ່ແມ່ນຕະຫຼາດສົ່ງອອກໃຫຍ່ສຸດ (ກວມເອົາ 44,7%), ຖັດມາແມ່ນ ທະວີບອາເມລິກາ (22,7%) ແລະ ເອີຣົບ (13ດ8%), ດ້ວຍບັນດາຕະຫຼາດຫຼັກແຫຼ່ງລວມມີ ຈີນ, ອາເມລິກາ ແລະ ຍີ່ປຸ່ນ. ລາຄາສົ່ງອອກສະເລ່ຍຂອງຫຼາຍປະເພດສິນຄ້າຫຼັກແຫຼ່ງສືບຕໍ່ຮັກສາທ່ວງທ່າເພີ່ມຂຶ້ນຢ່າງຕັ້ງໜ້າ.
(ແຫຼ່ງຄັດຈາກ VOV)