ພາຍຫຼັງການພົບປະສຸດຍອດລະຫວ່າງທ່ານ Donald Trump ປະທານາທິບໍດີ ອາເມລິກາ ກັບທ່ານ ສີຈີ້ນຜິງ ປະທານປະເທດ ຈີນ ຢູ່ ສ.ເກົາຫຼີ ເມື່ອວັນທີ 30 ຕຸລາ ຜ່ານມາ, ປັກກິ່ງ ໄດ້ໃຫ້ຄຳໝັ້ນສັນຍາຄວບຄຸມ ແລະ ສະກັດກັ້ນການເຄື່ອນໄຫວຂອງທາດເຄມີທີ່ໄດ້ນຳໃຊ້ເພື່ອຜະລິດ fentanyl ໄປຍັງ ອາເມລິກາ.
ກ່ຳປັ່ນບັນຈຸຕູ້ຄອນແທນເນີຢູ່ທ່າກ່ຳປັ່ນ Oakland, California, ອາເມລິກາ ໃນວັນທີ 4/8/2025 (ພາບ:REUTERS/Carlos Barria)
ວັນທີ 04 ພະຈິກ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ລົງນາມໃນຄຳສັ່ງຫຼຸດຜ່ອນ ½ ອັດຕາພາສີເພີ່ມເຕີມສຳລັບສິນຄ້າ ຈີນ ທີ່ກ່ຽວຂ້ອງເຖິງທາດ fentanyl, ຜ່ານນັ້ນ ໄດ້ຫັນເປັນທາງການ ສ່ວນໜຶ່ງຂອງຂໍ້ຕົກລົງເຊິ່ງທ່ານປະທານາທິບໍດີ ອາເມລິກາ ບັນລຸໄດ້ກັບທ່ານ ສີຈີ້ນຜິງ ປະທານປະເທດ ຈີນ ພາຍຫຼັງການພົບປະໂດຍກົງຄັ້ງທຳອິດລະຫວ່າງການນຳສອງທ່ານຢູ່ ສ.ເກົາຫຼີ ເມື່ອວັນທີ 30 ຕຸລາ ຜ່ານມາ.
ພາຍຫຼັງການພົບປະສຸດຍອດລະຫວ່າງທ່ານ Donald Trump ປະທານາທິບໍດີ ອາເມລິກາ ກັບທ່ານ ສີຈີ້ນຜິງ ປະທານປະເທດ ຈີນ ຢູ່ ສ.ເກົາຫຼີ ເມື່ອວັນທີ 30 ຕຸລາ ຜ່ານມາ, ປັກກິ່ງ ໄດ້ໃຫ້ຄຳໝັ້ນສັນຍາຄວບຄຸມ ແລະ ສະກັດກັ້ນການເຄື່ອນໄຫວຂອງທາດເຄມີທີ່ໄດ້ນຳໃຊ້ເພື່ອຜະລິດ fentanyl ໄປຍັງ ອາເມລິກາ. ເພື່ອໂຕ້ຕອບຄືນ, ວໍຊິງຕັນ ຖະແຫຼງຈະຫຼຸດອັດຕາພາສີເພີ່ມເຕີມ ແຕ່ 20% ລົງເຫຼືອພຽງ 10%, ເຊິ່ງມີຜົນບັງຄັບໃຊ້ແຕ່ວັນທີ 10 ພະຈິກ ເປັນຕົ້ນໄປ. ລັດຖະດຳລັດທີ່ ທ່ານ Donald Trump ໄດ້ເຊັນເມື່ອວັນທີ 4 ພະຈິກນັ້ນ ໄດ້ເປັນບ່ອນອີງເພື່ອປະຕິບັດຂໍ້ຕົກລົງດັ່ງກ່າວຢ່າງເປັນທາງການ, ພ້ອມດຽວກັນນັ້ນ, ກໍຊີ້ແຈ້ງວ່າ ວົງການເຈົ້າໜ້າທີ່ ອາເມລິກາ ຈະຕິດຕາມກວດກາເລື່ອງ ຈີນ ປະຕິບັດຄຳໝັ້ນສັນຍາສຳລັບຂໍ້ຕົກລົງສະບັບນີ້.
ຕາມທຳນຽບຂາວແລ້ວ, ການພົບປະລະຫວ່າງການນຳສອງທ່ານ ກໍບັນລຸໄດ້ຂໍ້ຕົກລົງຈຳນວນໜຶ່ງ, ໃນນັ້ນ ມີເລື່ອງສືບຕໍ່ຢຸດຕິບັນດາອັດຕາພາສີທີ່ມີລັກສະນະໂຕ້ຕອບເຊິ່ງກັນ ແລະ ກັນ ຮອດວັນທີ 10 ພະຈິກ 2026.
(ແຫຼ່ງຄັດຈາກ VOV)