• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 14 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 06 ພະຈິກ, ຢູ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 14 ຄະນະບໍລິຫານງານສູນກາງພັກຊຸດທີ XIII (ກອງປະຊຸມສູນກາງ 14) ໄດ້ອັດລົງພາຍຫຼັງການເຮັດວຽກເປັນເວລາ 2 ວັນ ໂດຍໄດ້ເຫັນດີເປັນເອກະພາບຫຼາຍເນື້ອໃນສຳຄັນ.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມິນູດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ໃນບົດກ່າວປາໄສອັດກອງປະຊຸມສູນກາງ 14, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມິນູດ ຫວຽດນາມ ເນັ້ນໜັກວ່າ ກອງປະຊຸມສູນກາງ 14 ໄດ້ປະຕິບັດສຳເລັດທຸກເນື້ອໃນ, ລາຍການທີ່ໄດ້ວາງອອກດ້ວຍຄວາມເຫັນດີເປັນເອກະພາບຢູ່ລະດັບສູງ, ມີຄຸນນະພາບດີ. ພາຍຫຼັງ 2 ວັນເຮັດວຽກ, ຄະນະບໍລິຫານງານສູນກາງພັກໄດ້ຕົກລົງຫຼາຍເນື້ອໃນສຳຄັນ. ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ:

ໃນສະພາບການປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ສະພາບການພາຍໃນປະເທດ ແລະ ສາກົນ ມີການຜັນແປຢ່າງວ່ອງໄວ, ສັບສົນ, ມີຫຼາຍບັນຫາໄດ້ຜັນແປເກີນການຄາດຄະເນ; ໄພທຳມະຊາດ, ໂລກລະບາດເກີດຂຶ້ນຢູ່ຫຼາຍບ່ອນ… ແຕ່ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ, ບັນດາສະຫາຍການນຳຫຼັກແຫຼ່ງກໍ່ໄດ້ເປັນກຸ່ມກ້ອນສາມັກຄີ, ເປັນເອກະພາບ, ເປັນແບບຢ່າງທີ່ດີ, ມີຄຸນນະທາດ, ສະຫຼາດສ່ອງໄສ, ຢຶດໝັ້ນຕໍ່ທັດສະນະ, ແນວທາງຂອງພັກຢ່າງແທ້ຈິງ, ຍົກອອກບັນດານະໂຍບາຍຕັດສິນທີ່ຖືກຕ້ອງ ແລະ ເໝາະສົມຢ່າງທັນການ, ແກ້ໄຂຫຼາຍບັນຫາສຳຄັນກ່ຽວກັບເສດຖະກິດສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການທູດ, ການກໍ່ສ້າງພັກ ແລະ ລະບົບການເມືອງ.

ເມື່ອເຕື້ອງເຖິງການຜັນຂະຫຍາຍມະຕິເລກທີ 18 ກ່ຽວກັບການສັບຊ້ອນ, ປັບປຸງກົງຈັກຂອງລະບົບການເມືອງໃຫ້ກະທັດລັດລົງ, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ມະຕິເລກທີ 18 ໄດ້ປະຕິບັດສຳເລັດກ່ອນ 5 ປີ, ໄດ້ສ້າງເປັນການກະຕຸກຊຸກຍູ້, ບາດລ້ຽວກ່ຽວກັບການຜັນຂະຫຍາຍ, ຈັດຕັ້ງປະຕິບັດມະຕິຂອງພັກໃນສະພາບການໃໝ່.

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ຫັນ​ເປັນ​ດີ​ຈີ​ຕອນ: ສ້າງ​ພື້ນ​ຖານ​ແຫ່ງຊາດ​ດີ​ຈີ​ຕອນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ຫັນ​ເປັນ​ດີ​ຈີ​ຕອນ: ສ້າງ​ພື້ນ​ຖານ​ແຫ່ງຊາດ​ດີ​ຈີ​ຕອນ

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 06 ພະຈິກ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍງານກ່ຽວກັບຮ່າງກົດໝາຍຈຳນວນໜຶ່ງ, ໃນນັ້ນ ມີກົດໝາຍວ່າດ້ວຍການຫັນເປັນດີຈີຕອນ.

Top