• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະເລຂາສູນກາງພັກຈັດກອງປະຊຸມໃຫ້ຄຳເຫັນກ່ຽວກັບການປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 12

ວັນທີ 10 ເມສາ ຢູ່ ສຳນັກງານສູນກາງພັກ, ຄະນະເລຂາສູນກາງພັກ ໄດ້ຈັດກອງປະຊຸມ ໃຫ້ຄຳເຫັນໃສ່ບົດລາຍງານສະຫລຸບໝາກຜົນຂອງ 5 ຄະນະພະນັກງານຂອງຄະນະເລຂາສູນກາງ 



ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງກ່າວຄຳເຫັນທີ່ກອງປະຊຸມ

ພາບ:Vietnam+

ໄດ້ລົງກວດກາເລື່ອງຊີ້ນຳນຳພາ ແລະ ຈັດຕັ້ງການປະຕິບັດມະຕິສູນກາງຄັ້ງທີ 4 ຊຸດທີ 12 ກ່ຽວກັບການເພີ່ມທະວີການກໍ່ສ້າງ, ປັບປຸງພັກ ຕິດພັນກັບມະຕິເລກທີ 05 ຂອງກົມການເມືອງກ່ຽວກັບການຍູ້ແຮງການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດຂອງປະທານໂຮ່ຈິມີນ.

ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໄດ້ເນັ້ນຫນັກວ່າ: ວຽກງານກໍ່ສ້າງພັກໄດ້ຮັບຖືເປັນສຳຄັນກວ່າ, ສະຕິໃນທົ່ວພັກທົ່ວ ປວງຊົນເອົາໃຈໃສ່ກໍ່ສ້າງພັກແມ່ນໄດ້ຍົກສູງຂຶ້ນ, ພິເສດແມ່ນບົດບາດຂອງຜູ້ນຳຫນ້າ. ທ່ານເລຂາທິການໃຫຍ່ ສະເຫນີ: ບັນດາມະຕິ, ຄຳສັ່ງຕ້ອງປະຕິບັດຢ່າງຮອບດ້ານ,ຄົບຊຸດ, ຕ້ອງເດັດດ່ຽວ  ແລະ ຕັ້ງໝັ້ນ ລະດົມທຸກກຳລັງເຂົ້າຮ່ວມ, ໃນນັ້ນ ຍົກສູງບົດບາດຂອງຜູ້ນຳຫນ້າ, ຍູ້ແຮງວຽກງານຕິດຕາມກວດກາ, ໂຄສະນາ, ປະຕິບັດຢ່າງຂ້ຽວຂາດ.

(ແຫຼ່ງຄັດຈາກ VOV)


ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top