• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂ້ຽວຂາດປ່ອຍເງິນທຶນສາທາລະນະໃຫ້ໝົດ

ຕອນບ່າຍວັນທີ 27 ມີນາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ເພື່ອປຶກສາຫາລືບັນດາເນື້ອໃນກະກຽມໃຫ້ແກ່ກອງປະຊຸມອອນລາຍທົ່ວປະເທດຂອງລັດຖະບານ ກັບບັນດາທ້ອງຖິ່ນກ່ຽວກັບໜ້າທີ່, ມາດຕະການຮັບມືກັບໂລກລະບາດ Covid-19 ເຊິ່ງຈະໄດ້ຈັດຕັ້ງໃນວັນທີ 31 ມີນາ ຈະມາເຖິງ.

ກອງປະຊຸມຄະນະປະຈຳລັດຖະບານ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫຮູ້ວ່າ: ມີ 4 ເນື້ອໃນສຳຄັນຈະໄດ້ຍົກອອກປຶກສາຫາລືຢູ່ກອງປະຊຸມສຳຄັນນີ້ິ້. ໜຶ່ງໃນຈຳນວນນັ້ນ ແມ່ນແກ້ໄຂຄວາມຫຍຸ້ງຍາກໃຫ້ການຜະລິດດຳເນີນທຸລະກິດ. ທ່ານກ່າວວ່າ:

      “ນີ້ິ້ແມ່ນຂົງເຂດສຳຄັນທີ່ສຸດ, ເກືອບຄືວ່າບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່, ທັງພວກສ່ວນເອກະຊົນ ແລະ ລັດລ້ວນແຕ່ຖືກຢຸກສະຫງັກ. ມີວິສາຫະກິດບາງແຫ່ງພຽງແຕ່ມີລາຍຮັບແຕ່ 3 – 5% ເທົ່ານັ້ນ ເມື່ອທຽບໃສ່ໄລຍະດຽວກັນຂອງໄຕມາດ 1 ປີ 2019. ດັ່ງນັ້ນ, ຕ້ອງແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດດຳເນີນທຸລະກິດ.”

        ກອງປະຊຸມຈະປຶກສາຫາລືກ່ຽວກັບບັນຫາຮັບປະກັນຊີວິດສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນເວົ້າລວມ ແລະ ຊີວິດການເປັນຢູ່ຂອງບັນດາເປົ້າໝາຍນະໂຍບາຍ, ເປັນຕົ້ນແມ່ນໃນສະພາບການທີ່ມີພັກການ, ພັກບໍ່ເອົາເງິນເດືອນ ພວມດຳເນີນໃນທົ່ວໂລກ ແລະ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຊົມ​ໃຊ້ ວັດ​ທະ​ນະ​ທຳ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຊົມ​ໃຊ້ ວັດ​ທະ​ນະ​ທຳ

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ສະ​ເໜີ​ຕ້ອງ​ເບິ່ງ​ແຍງ​ອະ​ນຸ​ລັກ​ຮັກ​ສາ ແລະ ຖ່າຍ​ທອດ​ມໍ​ລະ​ດົກ, ກ່ອນ​ອື່ນ​ໝົ້ດ​ດ້ວຍ​ການ​ເບິ່ງ​ແຍງ​ດູ​ແລ​ຜູ້​ຄົນ​ພວມ​ເກັບ​ຮັກ​ສາ, ປະ​ຕິ​ບັດ​ມໍ​ລະ​ດົກ.

Top