ຂ່າວສານ

ຂ້ຽວຂາດປ່ອຍເງິນທຶນສາທາລະນະໃຫ້ໝົດ

ຕອນບ່າຍວັນທີ 27 ມີນາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ເພື່ອປຶກສາຫາລືບັນດາເນື້ອໃນກະກຽມໃຫ້ແກ່ກອງປະຊຸມອອນລາຍທົ່ວປະເທດຂອງລັດຖະບານ ກັບບັນດາທ້ອງຖິ່ນກ່ຽວກັບໜ້າທີ່, ມາດຕະການຮັບມືກັບໂລກລະບາດ Covid-19 ເຊິ່ງຈະໄດ້ຈັດຕັ້ງໃນວັນທີ 31 ມີນາ ຈະມາເຖິງ.

ກອງປະຊຸມຄະນະປະຈຳລັດຖະບານ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫຮູ້ວ່າ: ມີ 4 ເນື້ອໃນສຳຄັນຈະໄດ້ຍົກອອກປຶກສາຫາລືຢູ່ກອງປະຊຸມສຳຄັນນີ້ິ້. ໜຶ່ງໃນຈຳນວນນັ້ນ ແມ່ນແກ້ໄຂຄວາມຫຍຸ້ງຍາກໃຫ້ການຜະລິດດຳເນີນທຸລະກິດ. ທ່ານກ່າວວ່າ:

      “ນີ້ິ້ແມ່ນຂົງເຂດສຳຄັນທີ່ສຸດ, ເກືອບຄືວ່າບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່, ທັງພວກສ່ວນເອກະຊົນ ແລະ ລັດລ້ວນແຕ່ຖືກຢຸກສະຫງັກ. ມີວິສາຫະກິດບາງແຫ່ງພຽງແຕ່ມີລາຍຮັບແຕ່ 3  5% ເທົ່ານັ້ນ ເມື່ອທຽບໃສ່ໄລຍະດຽວກັນຂອງໄຕມາດ 1 ປີ 2019. ດັ່ງນັ້ນ, ຕ້ອງແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດດຳເນີນທຸລະກິດ.

        ກອງປະຊຸມຈະປຶກສາຫາລືກ່ຽວກັບບັນຫາຮັບປະກັນຊີວິດສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນເວົ້າລວມ ແລະ ຊີວິດການເປັນຢູ່ຂອງບັນດາເປົ້າໝາຍນະໂຍບາຍ, ເປັນຕົ້ນແມ່ນໃນສະພາບການທີ່ມີພັກການ, ພັກບໍ່ເອົາເງິນເດືອນ ພວມດຳເນີນໃນທົ່ວໂລກ ແລະ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


top