• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະ​ແໜງ​ທ່ອງ​ທ່​ຽວ​ເຄື່ອນ​ໄຫວ​ຢ່າງ​ຟົດ​ຟື້ນ​ໃນ​ໂອ​ກາດ​ວັນ​ກຳ​ມະ​ກອນ​ສາ​ກົນ

ໃນໂອກາດວັນພັກສະເຫຼີມສະຫຼອງວັນຫວຽດນາມ ປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ວັນກຳມະກອນສາກົນ, ໄດ້ມີການເຄື່ອນໄຫວທີ່ຟົດຟື້ນແບບບໍ່ເຄີຍມີມາກ່ອນຂອງຂະແໜງທ່ອງທ່ຽວໃນທົ່ວປະເທດ. ຕາມຂະແໜງທ່ອງທ່ຽວແລ້ວ, ໃນໂອກາດນີ້ມີແຂກທ່ອງທ່ຽວປະມານ 5 ລ້ານເທື່ອຄົນໄປທ່ອງທ່ຽວ.

ໃນໂອກາດວັນພັກສະເຫຼີມສະຫຼອງວັນຫວຽດນາມ ປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ວັນກຳມະກອນສາກົນ, ໄດ້ມີການເຄື່ອນໄຫວທີ່ຟົດຟື້ນແບບບໍ່ເຄີຍມີມາກ່ອນຂອງຂະແໜງທ່ອງທ່ຽວໃນທົ່ວປະເທດ. ຕາມຂະແໜງທ່ອງທ່ຽວແລ້ວ, ໃນໂອກາດນີ້ມີແຂກທ່ອງທ່ຽວປະມານ 5 ລ້ານເທື່ອຄົນໄປທ່ອງທ່ຽວ.

   

ດ່າໜັງຕ້ອນຮັບແຂກທ່ອງທ່ຽວເກືອບ 254.000 ເທື່ອຄົນ

ຢູ່ ດ່າໜັງ, ໃນຊຸມວັນພັກນີ້, ຂະແໜງທ່ອງທ່ຽວນະຄອນໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 254.000 ເທື່ອຄົນ. ໃນນັ້ນ, ແຂກທ່ອງທ່ຽວພາຍໃນປະເທດບັນລຸກວ່າ 245.000 ເທື່ອຄົນ, ແຂກທ່ອງທ່ຽວສາກົນບັນລຸປະມານ 7.400 ເທື່ອຄົນ.  

        ໃນໂອກາດນີ້, ນະຄອນ ດ່າໜັງກໍໄດ້ຈັດການເຄື່ອນໄຫວ, ເຫດການວັດທະນະທຳ, ກິລາທີ່ດຶງດູດໃຈຫຼາຍຢ່າງຢູ່ຫາດຊາຍທະເລ ໝີອານ, ຖະໜົນທ່ອງທ່ຽວ ອານເທື້ອງ. ທ່ານ ຫງວຽນຊວັນບິ່ງ, ຮອງຫົວໜ້າພະແນກທ່ອງທ່ຽວນະຄອນ ດ່າໜັງ ໃຫ້ຮູ້ວ່າ:

       “ສຳລັບຕະຫຼາດນັກທ່ອງທ່ຽວ ສ.ເກົາຫຼີ ຍາມໃດກໍແມ່ນຕະຫຼາດຈຸດສຸມຂອງຂະແໜງທ່ອງທ່ຽວນະຄອນ ດ່າໜັງ ກໍຄືທ້ອງຖິ່ນຕ່າງໆຢູ່ພາກກາງ ຫວຽດນາມ. ພ້ອມກັບວຽກງານສົ່ງເສີມການເປີດສາຍການບິນໃນໄລຍະຜ່ານມາຂອງນະຄອນ ກໍຄືບໍລິສັດການບິນອື່ນໆ, ພວກເຮົາຈະໄດ້ຕ້ອນຮັບຫຼາຍຖ້ຽວບິນສາກົນມານະຄອນ ດ່າໜັງ ໃນໂອກາດພັກແລ້ງນີ້ ແລະ ໃນໄລຍະແຕ່ນີ້ຮອດທ້າຍປີ 2022 ແລະ ຊຸມປີຕໍ່ໄປ”.

        ຕາມກົມໃຫຍ່ທ່ອງທ່ຽວ ຫວຽດນາມ ແລ້ວ, ປີ 2022 ຂະແໜງທ່ອງທ່ຽວໄດ້ວາງເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວໃຫ້ໄດ້ 65 ລ້ານເທື່ອຄົນ, ໃນນັ້ນມີ ແຂກທ່ອງທ່ຽວສາກົນ 5 ລ້ານເທື່ອຄົນ.

ຕາມຄະນະຄຸ້ມຄອງ ສຸສານປະທານ ໂຮ່ຈີມິນ ແລ້ວ, ໃນໂອກາດນີ້, ຫົວໜ່ວຍດັ່ງກ່າວໄດ້ຕ້ອນຮັບແຂກທ່ອງທ່ຽວ ແລະ ຮັບໃຊ້ຜູ້ເຂົ້າຄຳນັບສຸສານໄຫວ້ອາໄລປະທານໂຮ່ຈີມິນ ເກືອບ 45.000 ເທື່ອຄົນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top