• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເປີດ​ສະ​ຖານ​ທີ່​ຮ່ວມ​ມືກວ້າງ​ໃຫຍ່ກວ່າ​ກັບ ເອີ​ລົບ

ການ​ຢ້ຽມ​ຢາມ​ໄດ້​ຢັ້ງ​ຢືນ ແລະ ກຳ​ນົດ​ທິດ​ກ້າວ​ເດີນ​ພັດ​ທະ​ນາ​ໃໝ່​ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ການ​ເມືອງ, ພ້ອມ​ທັງ​ເປີດ​ສະ​ຖານ​ທີ່​ຮ່ວມ​ມື​ທີ່ກວ້າງ​ຂວາງກວ່າ ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ເອີ​ລົບ.
  ທ່ານ ເລ​ຮ່​ວາຍ​ຈຸງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ພາບ: VNA)  
ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ສິ້ນ​ສຸ​ດ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ຢູ່ ແດນ​ມາກ, ສະ​ຫະ​ພາບ​ເອີ​ລົບ ແລະ ແບນ​ຊິກ​ແຕ່​ວັນ​ທີ 19 – 24 ຕຸ​ລາ​ຕາ​ມ​ຄຳ​ເຊື້ອ​ເຊີນ​ຂອງ​ກະ​ສັດແດນ​ມາກ Frederik X ແລະ ພະມະ​ເຫ​ສີ, ທ່ານ António Costa ປະ​ທານ​ສະ​ພາ​ເອີ​ລົບ ແລະ ທ່ານ​ Bart De Wever ນາ​ຍົກ​ລັດ​ຖະ​ມົນ​ຕີ ແບ​ນ​ຊິກ. ໂດຍ​ສັງ​ເກດ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ, ທ່ານ ເລ​ຮ່​ວາຍ​ຈຸງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຢັ້ງ​ຢືນ​ວ່າ​ການ​ຢ້ຽມ​ຢາມ​ໄດ້​ຢັ້ງ​ຢືນ ແລະ ກຳ​ນົດ​ທິດ​ກ້າວ​ເດີນ​ພັດ​ທະ​ນາ​ໃໝ່​ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ການ​ເມືອງ, ພ້ອມ​ທັງ​ເປີດ​ສະ​ຖານ​ທີ່​ຮ່ວມ​ມື​ທີ່ກວ້າງ​ຂວາງກວ່າ ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ເອີ​ລົບ. ຕາມ​ທ່ານ​ລັດ​ຖະ​ມົນ​ຕີ ເລ​ຮ່​ວາຍ​ຈຸງ​ແລ້ວ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ມີ​ຄວາມ​ໝາຍ​ສຳ​ຄັນ, ສະ​ແດງ​ໃຫ້​ເຫັນ​ການ​ຖື​ເປັນ​ສຳ​ຄັນ​ຂອງ​ຫວຽດ​ນາມ ຕໍ່​ບັນ​ດາ​ຄູ່​ຮ່ວມ​ມື​ເອີ​ລົບ ແລະ ການ​ຖື​ເປັນ​ສຳ​ຄັນ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ລັບ ຫວຽດ​ນາມ; ປະ​ກອບ​ສ່ວນ​ປັບ​ປຸງ​ສະ​ພາບ​ການ​ການ​ທູດ, ເປີດກວ້າງ​ເຄືອ​ຂ່າຍ​ຄູ່​ຮ່ວມ​ມື​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ກັບ​ເອີ​ລົບ​ຢູ່​ລະ​ດັບ​ສອງ​ຝ່າຍ ແລະ ພາກ​ພື້ນ.

(ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top