ຂ່າວສານ

ຂະ​ແໜງ​ທ່ອງ​ທ່​ຽວ​ເຄື່ອນ​ໄຫວ​ຢ່າງ​ຟົດ​ຟື້ນ​ໃນ​ໂອ​ກາດ​ວັນ​ກຳ​ມະ​ກອນ​ສາ​ກົນ

ໃນໂອກາດວັນພັກສະເຫຼີມສະຫຼອງວັນຫວຽດນາມ ປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ວັນກຳມະກອນສາກົນ, ໄດ້ມີການເຄື່ອນໄຫວທີ່ຟົດຟື້ນແບບບໍ່ເຄີຍມີມາກ່ອນຂອງຂະແໜງທ່ອງທ່ຽວໃນທົ່ວປະເທດ. ຕາມຂະແໜງທ່ອງທ່ຽວແລ້ວ, ໃນໂອກາດນີ້ມີແຂກທ່ອງທ່ຽວປະມານ 5 ລ້ານເທື່ອຄົນໄປທ່ອງທ່ຽວ.

ໃນໂອກາດວັນພັກສະເຫຼີມສະຫຼອງວັນຫວຽດນາມ ປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ວັນກຳມະກອນສາກົນ, ໄດ້ມີການເຄື່ອນໄຫວທີ່ຟົດຟື້ນແບບບໍ່ເຄີຍມີມາກ່ອນຂອງຂະແໜງທ່ອງທ່ຽວໃນທົ່ວປະເທດ. ຕາມຂະແໜງທ່ອງທ່ຽວແລ້ວ, ໃນໂອກາດນີ້ມີແຂກທ່ອງທ່ຽວປະມານ 5 ລ້ານເທື່ອຄົນໄປທ່ອງທ່ຽວ.

   

ດ່າໜັງຕ້ອນຮັບແຂກທ່ອງທ່ຽວເກືອບ 254.000 ເທື່ອຄົນ

ຢູ່ ດ່າໜັງ, ໃນຊຸມວັນພັກນີ້, ຂະແໜງທ່ອງທ່ຽວນະຄອນໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 254.000 ເທື່ອຄົນ. ໃນນັ້ນ, ແຂກທ່ອງທ່ຽວພາຍໃນປະເທດບັນລຸກວ່າ 245.000 ເທື່ອຄົນ, ແຂກທ່ອງທ່ຽວສາກົນບັນລຸປະມານ 7.400 ເທື່ອຄົນ.  

        ໃນໂອກາດນີ້, ນະຄອນ ດ່າໜັງກໍໄດ້ຈັດການເຄື່ອນໄຫວ, ເຫດການວັດທະນະທຳ, ກິລາທີ່ດຶງດູດໃຈຫຼາຍຢ່າງຢູ່ຫາດຊາຍທະເລ ໝີອານ, ຖະໜົນທ່ອງທ່ຽວ ອານເທື້ອງ. ທ່ານ ຫງວຽນຊວັນບິ່ງ, ຮອງຫົວໜ້າພະແນກທ່ອງທ່ຽວນະຄອນ ດ່າໜັງ ໃຫ້ຮູ້ວ່າ:

       “ສຳລັບຕະຫຼາດນັກທ່ອງທ່ຽວ ສ.ເກົາຫຼີ ຍາມໃດກໍແມ່ນຕະຫຼາດຈຸດສຸມຂອງຂະແໜງທ່ອງທ່ຽວນະຄອນ ດ່າໜັງ ກໍຄືທ້ອງຖິ່ນຕ່າງໆຢູ່ພາກກາງ ຫວຽດນາມ. ພ້ອມກັບວຽກງານສົ່ງເສີມການເປີດສາຍການບິນໃນໄລຍະຜ່ານມາຂອງນະຄອນ ກໍຄືບໍລິສັດການບິນອື່ນໆ, ພວກເຮົາຈະໄດ້ຕ້ອນຮັບຫຼາຍຖ້ຽວບິນສາກົນມານະຄອນ ດ່າໜັງ ໃນໂອກາດພັກແລ້ງນີ້ ແລະ ໃນໄລຍະແຕ່ນີ້ຮອດທ້າຍປີ 2022 ແລະ ຊຸມປີຕໍ່ໄປ”.

        ຕາມກົມໃຫຍ່ທ່ອງທ່ຽວ ຫວຽດນາມ ແລ້ວ, ປີ 2022 ຂະແໜງທ່ອງທ່ຽວໄດ້ວາງເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວໃຫ້ໄດ້ 65 ລ້ານເທື່ອຄົນ, ໃນນັ້ນມີ ແຂກທ່ອງທ່ຽວສາກົນ 5 ລ້ານເທື່ອຄົນ.

ຕາມຄະນະຄຸ້ມຄອງ ສຸສານປະທານ ໂຮ່ຈີມິນ ແລ້ວ, ໃນໂອກາດນີ້, ຫົວໜ່ວຍດັ່ງກ່າວໄດ້ຕ້ອນຮັບແຂກທ່ອງທ່ຽວ ແລະ ຮັບໃຊ້ຜູ້ເຂົ້າຄຳນັບສຸສານໄຫວ້ອາໄລປະທານໂຮ່ຈີມິນ ເກືອບ 45.000 ເທື່ອຄົນ.

(ແຫຼ່ງຄັດຈາກ VOV)


top