• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະ​ແໜງ​ກໍ່​ສ້າງ ຄວນ​ພັດ​ທະ​ນາ​ຖືກ​ທິດ ແລະ ເຂັ​້ມ​ແຂງກວ່າ

ໃນໄລຍະ 5 ປີ ຜ່ານມາ, ຂະແໜງກໍ່ສ້າງ ໄດ້ມີບາດກ້າວພັດທະນາຢ່າງແຮງໃນຫຼາຍຂົງເຂດ. 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ຕອນບ່າຍວັນທີ 26 ທັນວາ, ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບ ໜ້າທີ່ວຽກງານ ປີ 2020, ຜັນຂະຫຍາຍໜ້າທີ່ວຽກງານປີ 2021 ຂອງກະຊວງກໍ່ສ້າງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຕີລາຄາວ່າ: ໃນໄລຍະ 5 ປີ ຜ່ານມາ, ຂະແໜງກໍ່ສ້າງ ໄດ້ມີບາດກ້າວພັດທະນາຢ່າງແຮງໃນຫຼາຍຂົງເຂດ ນັບແຕ່ການອອກແບບຕະຫຼອດຮອດການດຳເນີນການກໍ່ສ້າງຕິດຕັ້ງ, ການຜະລິດວັດສະດຸກໍ່ສ້າງພັດທະນາຢ່າງວ່ອງໄວຕາມທິດທັນສະໄໝ, ຕອບສະໜອງໄດ້ຕາມຄວາມຕ້ອງການທັງທາງດ້ານປະລິມານ, ຄຸນນະພາບ ແລະ ປະເພດສິນຄ້າ ໃຫ້ແກ່ການຊົມໃຊ້ຢູ່ພາຍໃນປະເທດ ແລະສົ່ງອອກ. ລະດັບການເຕີບໂຕ ຂອງຂະແໜງບັນລຸປະມານ 8,7% ຕໍ່ປີ.

        ເມື່ອມອບໝາຍໜ້າທີ່ໃຫ້ຂະແໜງກໍ່ສ້າງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ໜ້າທີ່ສືບຕໍ່ສ້າງລະບອບລະບຽບການກ່ຽວກັບການກໍ່ສ້າງ ແມ່ນວຽກງານແກ່ນສານ, ລຸລ່ວງ ແລະ ບຸກທະລຸ. ດັ່ງນັ້ນ, ຄວນມີລະບຽບການເພື່ອໃຫ້ຂະແໜງການບືນຕົວຂຶ້ນ, ພັດທະນາຖືກທິດ ແລະ ແຂງແຮງກວ່າ, ນັບແຕ່ການສ້າງຕົວເມືອງພັດທະນາ ຕະຫຼອດຮອດການສົ່ງອອກການກໍ່ສ້າງ. ພ້ອມກັນນັ້ນ ແມ່ນໜ້າທີ່ຮັບປະກັນຄວາມປອດໄພກ່ຽວກັບເຮືອນຢູ່ໃຫ້ແກ່ປະຊາຊົນໃນສະພາບການ ທີ່ຫວຽດນາມ ເປັນປະເທດຖືກຜົນຮ້າຍຢ້ອນຫຼັງຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ./.

(ແຫຼ່ງຄັດຈາກ VOV)

ມອບຂອງຂວັນບຸນເຕັດກວ່າ 1.200 ພູດໃຫ້ແກ່ຜູ້ທຸກຍາກຢູ່ແຂວງ ວິງຟຸກ, ດັກລັກ

ມອບຂອງຂວັນບຸນເຕັດກວ່າ 1.200 ພູດໃຫ້ແກ່ຜູ້ທຸກຍາກຢູ່ແຂວງ ວິງຟຸກ, ດັກລັກ

ຄະນະປະຕິບັດງານໄດ້ມອບຂອງຂວັນບຸນເຕັດ 520 ພູດໃຫ້ຜູ້ທຸກຍາກ ແລະ ກຳມະກອນຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ວິງຟຸກ.

Top