• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງສະຖິຕິຫວຽດນາມຜັນຂະຫຍາຍໜ້າທີ່ປີ 2020

      ຕອນເຊົ້າວັນທີ 6 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມລາຍງານໝາກຜົນວຽກງານປີ 2019 ແລະ ທິດທາງ, ໜ້າທີ່ປີ 2020 ຂອງຂະແໜງສະຖິຕິ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: chinhphu.vn)
      ຕາມການລາຍງານໃນກອງປະຊຸມ, ໜຶ່ງໃນບັນດາຜົນງານພົ້ນເດັ່ນຂອງຂະແໜງສະຖິຕິປີ 2019 ແມ່ນປະຕິບັດສໍາເລັດວຽກງານຕີລາຄາຄືນໃໝ່ຂອບຂະໜາດຂອງຍອດປະລິມານຜະລິດຕະພັນພາຍໃນປະເທດ (GDP) ໄລຍະ 2010 – 2017. ຜ່ານນັ້ນ, ສ່ອງແສງໃຫ້ເຫັນສະພາບການຂອງພື້ນຖານເສດຖະກິດຂອງປະເທດຊາດຢ່າງຖືກຕ້ອງ ແລະ ຈະແຈ້ງກວ່າ, ຍົກສູງທີ່ຕັ້ງບົດບາດຂອງພື້ນຖານເສດຖະກິດຂອງຫວຽດນາມໃນພາກພື້ນ ແລະ ສາກົນ, ຊ່ວຍລັດຖະບານມີນະໂຍບາຍແທດເໝາະກັບສະພາບການຕົວຈິງກວ່າ ແລະ ມີປະສິດທິຜົນຫຼາຍກວ່າ.
        ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ສືບຕໍ່ຍົກສູງຄຸນນະພາບຂອງຂໍ້ມູນສະຖິຕິ, ພິເສດແມ່ນວຽກງານໄຈ້ແຍກ ແລະ ຄາດຄະເນ. ທ່ານກ່າວວ່າ:
        ຂະແໜງສະຖິຕິຕ້ອງປະຕິບັດ 2 ໜ້າທີ່ຈຸດສຸມໃຫ້ເປັນຢ່າງດີ. ທີໜຶ່ງແມ່ນຍົກສູງຄຸນນະພາບ, ປະສິດທິຜົນວຽກງານສະຖິຕິ ເພື່ອຮັບໃຊ້ວຽກງານຊີ້ນໍາ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ, ອໍານາດການປົກຄອງຂັ້ນຕ່າງໆ ແລະ ບັນດາຂະແໜງການ ໄດ້ຢ່າງທັນການ. ທີສອງ ແມ່ນສະໜອງຂໍ້ມູນກ່ຽວກັບຂະແໜງເສດຖະກິດ-ສັງຄົມ ໄດ້ຢ່າງຄົບຖ້ວນ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນການຜະລິດ, ດໍາເນີນທຸລະກິດ ແລະ ຊີວິດການເປັນຢູ່ ເພື່ອຮັບໃຊ້ປະຊາຊົນ ແລະ ວິສາຫະກິດ. ຫຼື ຜ່ານການສະຖິຕິສະພາບການຂອງຂະແໜງອຸດສາຫະກໍາປຸງແຕ່ງ ແລະ ປະດິດແຕ່ງ ເພື່ອມີມາດຕະການຊີ້ນໍາໄດ້ເປັນຢ່າງດີ ”.
        ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຂະແໜງສະຖິຕິ ຈົ່ງປະຕິບັດບັນດາຄໍາໝັ້ນສັນຍາສາກົນຂອງຫວຽດນາມ ໃນຂົງເຂດສະຖິຕິ ໃຫ້ເປັນຢ່າງດີ, ໃນນັ້ນ ຕ້ອງຮ່ວມມືກັບບັນດາປະເທດ ອາຊຽນ ຢ່າງແໜ້ນແຟ້ນ.  
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top