• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກົດ​ໝາຍ​ວ່າ​ດ້ວຍ​ການ​ຫັນ​ເປັນ​ດີ​ຈີ​ຕອນ: ສ້າງ​ພື້ນ​ຖານ​ແຫ່ງຊາດ​ດີ​ຈີ​ຕອນ

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 06 ພະຈິກ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍງານກ່ຽວກັບຮ່າງກົດໝາຍຈຳນວນໜຶ່ງ, ໃນນັ້ນ ມີກົດໝາຍວ່າດ້ວຍການຫັນເປັນດີຈີຕອນ.

ການປຶກສາຫາລືຢູ່ໜ່ວຍງານກ່ຽວກັບຮ່າງກົດໝາຍຈຳນວນໜຶ່ງ (ພາບ: quochoi.vn)

ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບໂດຍຖືວ່າ ການສ້າງກົດໝາຍແມ່ນຄວາມຈຳເປັນໃນສະພາບການ ຫວຽດນາມ ກຳນົດການຫັນເປັນດີຈີຕອນແມ່ນບາດກ້າວບຸກທະລຸຍຸດທະສາດແຖວໜ້າ, ແມ່ນກຳລັງໜູນພັດທະນາເສດຖະກິດ - ສັງຄົມ ໃນສັງກາດໃໝ່.

ກົດໝາຍລວມມີ 8 ພາກ, 79 ມາດຕາ, ໃນນັ້ນ ໄດ້ກຳນົດຢ່າງລະອຽດກ່ຽວກັບການດັດປັບບັນດາສາຍພົວພັນພາກສ່ວນເຂົ້າຮ່ວມການເຄື່ອນໄຫວດີຈີຕອນຢູ່ ຫວຽດນາມ. ທ່ານ ຫງວຽນກວາງຮວັນ ສະມາຊິກສະພາແຫ່ງຊາດຄະນະນະຄອນ ໂຮ່ຈີມິນ, ຖືວ່າ ຮ່າງກົດໝາຍວ່າດ້ວຍການຫັນເປັນດີຈີຕອນຖືກສ້າງຂຶ້ນໃນສະພາບການ ຫວຽດນາມ ພວມສ້າງແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ. ຕາມນັ້ນແລ້ວ, ເປົ້າໝາຍຮອດປີ 2030, ເສດຖະກິດດີຈີຕອນຈະຕ້ອງກວມເອົາປະມານ 30% GDP.

ນີ້ແມ່ນຕົວເລກທີ່ມີແງ່ຫວັງສູງສຸດ. ຢາກຊຸກຍູ້ເສດຖະກິດພັດທະນາ ແລະ ແມ່ນກຳລັງໜູນຕົ້ນຕໍນັ້ນ ແມ່ນຕ້ອງມີກົດໝາຍ. ຕາມຂ້າພະເຈົ້າແລ້ວ, ກົດໝາຍໄດ້ສ້າງຂຶ້ນໃນຈຸດເວລານີ້ ແມ່ນຕິດພັນກັບສະພາບການຕົວຈິງທີ່ມີຄວາມຈຳເປັນ, ແນໃສ່ຫັນບັນດາມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ມະຕິສະບັບເລກທີ 57 ກ່ຽວກັບນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດເປັນລະອຽດ. ພວກຂ້າພະເຈົ້າປະຕິບັດໂຄງການກ່ຽວກັບເສດຖະກິດດີຈີຕອນ, ລັດຖະບານດີຈີຕອນ, ສັງຄົມດີຈີຕອນເທື່ອລະກ້າວນັ້ນ ຕ້ອງມີກົດໝາຍ ແລະ ດັ່ງນັ້ນ, ກົດໝາຍສະບັບນີ້ໄດ້ສ້າງຂຶ້ນຖືກກັບຈຸດເວລາ, ທັງແມ່ນຄວາມຕ້ອງການດ້ານການເມືອງ ທັງແມ່ນຄວາມຕ້ອງການຕົວຈິງຂອງຊີວິດ”.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 14 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 14 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 06 ພະຈິກ, ຢູ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 14 ຄະນະບໍລິຫານງານສູນກາງພັກຊຸດທີ XIII (ກອງປະຊຸມສູນກາງ 14) ໄດ້ອັດລົງພາຍຫຼັງການເຮັດວຽກເປັນເວລາ 2 ວັນ ໂດຍໄດ້ເຫັນດີເປັນເອກະພາບຫຼາຍເນື້ອໃນສຳຄັນ.

Top