• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຸ່ມ G7 ເປັນເອກະພາບຫຼັກໝັ້ນສຳລັບ WHO ແລະ ເປີດປະຕູພື້ນຖານເສດຖະກິດຄືນໃໝ່

      ການນຳກຸ່ມ G7 ໄດ້ເຫັນດີສົມທົບກັນເປີດປະຕູບັນດາພື້ນຖານເສດຖະກິດຂອງກຸ່ມນີ້ ພາຍຫຼັງໂລກລະບາດ ແລະ ຮັບປະກັນ “ບັນດາລະບົບສະໜອງທີ່ມີຄວາມໄວ້ເນື້ອເຊື່ອໃຈ” ໃນອະນາຄົດ.

ກອງປະຊຸມອອນລາຍ G7
(ພາບ: AFP)
      ວັນທີ 16 ເມສາ (ຕາມເວລາອາເມລິກາ), ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຈັດກອງປະຊຸມອອນລາຍກັບບັນດາການນຳອື່ນຂອງກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າຂອງໂລກ (G7), ໃນສະພາບບັນດາພື້ນຖານເສດຖະກິດໃຫຍ່ສຸດຂອງໂລກພວມລໍຖ້າໃຫ້ສະພາບເສດຖະກິດຖືກຢຸດສະງັກຍ້ອນບັນດາຄວາມມານະພະຍາຍາມຕ້ານໂລກລະບາດໂຄວິດ-19 ຢຸດຕິລົງ.
        ທີ່ກອງປະຊຸມ, ທຳນຽບຂາວໃຫ້ຮູ້ວ່າ, ການນຳກຸ່ມ G7 ໄດ້ເຫັນດີສົມທົບກັນເປີດປະຕູບັນດາພື້ນຖານເສດຖະກິດຂອງກຸ່ມນີ້ ພາຍຫຼັງໂລກລະບາດ ແລະ ຮັບປະກັນ “ບັນດາລະບົບສະໜອງທີ່ມີຄວາມໄວ້ເນື້ອເຊື່ອໃຈ” ໃນອະນາຄົດ.
        ນອກຈາກນັ້ນ, ທຳນຽບຂາວກໍ່ເນັ້ນໜັກວ່າ, ທີ່ກອງປະຊຸມ ບັນດາການນຳໄດ້ປຶກສາຫາລືກ່ຽວກັບອົງການອະນາໄມໂລກ (WHO), ການນຳບັນດາປະເທດ G7 ໄດ້ສະແດງໃຫ້ເຫັນການສະໜັບສະໜູນຄຳຮຽກຮ້ອງໃຫ້ “ພິຈາລະນາ ແລະ ປະຕິຮູບອົງການນີ້ຂອງສະຫະປະຊາຊາດຢ່າງເຖິງຖອງ.
 (ແຫຼ່ງຄັດຈາກ VOV)

ສ​ປ​ປ.ເກົາຫຼີ ຝຶກຊ້ອມ​ນຳໃຊ້ອາວຸດຍຸດ​ທະ​ສາດ, ຍິ່ງ​ລູກ​ສອນ​ໄຟ​ລະ​ດັບ​ກາງ

ສ​ປ​ປ.ເກົາຫຼີ ຝຶກຊ້ອມ​ນຳໃຊ້ອາວຸດຍຸດ​ທະ​ສາດ, ຍິ່ງ​ລູກ​ສອນ​ໄຟ​ລະ​ດັບ​ກາງ

ນ​ຂອ​ບ​ເຂດ​ການ​ຝືກ​ຊ້ອມ​ໄດ້​ນຳ​ໃຊ້​ລູກ​ສອນ​ໄຟ​ຍຸດ​ທະ​ສາດ​ລະ​ດັບ​ກາງ.

Top