ຂ່າວສານ

ກຸ່ມ G7 ເປັນເອກະພາບຫຼັກໝັ້ນສຳລັບ WHO ແລະ ເປີດປະຕູພື້ນຖານເສດຖະກິດຄືນໃໝ່

      ການນຳກຸ່ມ G7 ໄດ້ເຫັນດີສົມທົບກັນເປີດປະຕູບັນດາພື້ນຖານເສດຖະກິດຂອງກຸ່ມນີ້ ພາຍຫຼັງໂລກລະບາດ ແລະ ຮັບປະກັນ ບັນດາລະບົບສະໜອງທີ່ມີຄວາມໄວ້ເນື້ອເຊື່ອໃຈໃນອະນາຄົດ.

ກອງປະຊຸມອອນລາຍ G7
(ພາບ: AFP)
      ວັນທີ 16 ເມສາ (ຕາມເວລາອາເມລິກາ), ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຈັດກອງປະຊຸມອອນລາຍກັບບັນດາການນຳອື່ນຂອງກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າຂອງໂລກ (G7), ໃນສະພາບບັນດາພື້ນຖານເສດຖະກິດໃຫຍ່ສຸດຂອງໂລກພວມລໍຖ້າໃຫ້ສະພາບເສດຖະກິດຖືກຢຸດສະງັກຍ້ອນບັນດາຄວາມມານະພະຍາຍາມຕ້ານໂລກລະບາດໂຄວິດ-19 ຢຸດຕິລົງ.
        ທີ່ກອງປະຊຸມ, ທຳນຽບຂາວໃຫ້ຮູ້ວ່າ, ການນຳກຸ່ມ G7 ໄດ້ເຫັນດີສົມທົບກັນເປີດປະຕູບັນດາພື້ນຖານເສດຖະກິດຂອງກຸ່ມນີ້ ພາຍຫຼັງໂລກລະບາດ ແລະ ຮັບປະກັນ “ບັນດາລະບົບສະໜອງທີ່ມີຄວາມໄວ້ເນື້ອເຊື່ອໃຈ” ໃນອະນາຄົດ.
        ນອກຈາກນັ້ນ, ທຳນຽບຂາວກໍ່ເນັ້ນໜັກວ່າ, ທີ່ກອງປະຊຸມ ບັນດາການນຳໄດ້ປຶກສາຫາລືກ່ຽວກັບອົງການອະນາໄມໂລກ (WHO), ການນຳບັນດາປະເທດ G7 ໄດ້ສະແດງໃຫ້ເຫັນການສະໜັບສະໜູນຄຳຮຽກຮ້ອງໃຫ້ “ພິຈາລະນາ ແລະ ປະຕິຮູບອົງການນີ້ຂອງສະຫະປະຊາຊາດຢ່າງເຖິງຖອງ.
 (ແຫຼ່ງຄັດຈາກ VOV)


top