• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເຄື່ອນ​ໄຫວຕ່າງໆ​ສະ​ເຫຼີມ​ສະຫຼອງ ວັນ​ຄູ​ຫວຽດ​ນາມ

ລະບົບການສຶກສາວິຊາຊີບ ໃນທົ່ວປະເທດ ໄດ້ເປັນເຈົ້າການ, ມີໄຫວພິບ ໃນການຮັບມື, ຫັນປ່ຽນຮູບແບບການສິດສອນໂດຍກົງ ໄປເປັນການສອນທາງອອນລາຍ. ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານດ້ວຍຈິດໃຈເຂັ້ມແຂງທີ່ສຸດ ເພື່ອຮັບປະກັນໃຫ້ການຮຽນ - ການສອນຂອງຄູອາຈານ ແລະ ນັກຮຽນ ບໍ່ຖືກຂາດວັກຂາດຕອນ.
ພິທີສະເຫຼີມສະຫຼອງ ວັນຄູ ຫວຽດນາມ  (ພາບ: TTXVN)

ຕອນເຊົ້າວັນທີ 18 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ ວັນຄູ ຫວຽດນາມ ຄືວັນທີ 20 ພະຈິກ, ອັດງານແຂ່ງຂັນການສິດສອນ ສຶກສາວິຊາຊີບ ທົ່ວປະເທດປີ 2021 ແລະ ຮັບຫຼຽນໄຊແຮງງານຊັ້ນໜຶ່ງ ຂອງ ກົມໃຫຍ່ການສຶກສາວິຊາຊີບ.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເລເຕິນຢຸງ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຊີ້ແຈ້ງວ່າ: ສົກຮຽນຜ່ານມາ, ໂລກລະບາດໂຄວິດ - 19 ໄດ້ກໍ່ຄວາມສັບສົນຫຼາຍຢ່າງ, ກໍ່ຜົນສະທ້ອນຫຼາຍ ຕໍ່ຂົງເຂດບຳລຸງສ້າງວິຊາຊີບ ແລະ ວຽກເຮັດງານທຳ, ຢູ່ຫຼາຍແຂວງ, ນະຄອນຕ້ອງປະຕິບັດການແຍກຫ່າງສັງຄົມ ກໍ່ໄດ້ສົ່ງຜົນສະທ້ອນ ຫຼາຍຢ່າງຕໍ່ການຮຽນ - ການສອນຂອງ ຮາກຖານການສຶກສາວິຊາຊີບ ກ່ວາ 1.900 ແຫ່ງໃນທົ່ວປະເທດ.  ເຖິງຢ່າງໃດກໍຕາມ, ລະບົບການສຶກສາວິຊາຊີບ ໃນທົ່ວປະເທດ ໄດ້ເປັນເຈົ້າການ, ມີໄຫວພິບ ໃນການຮັບມື, ຫັນປ່ຽນຮູບແບບການສິດສອນໂດຍກົງ ໄປເປັນການສອນທາງອອນລາຍ. ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານດ້ວຍຈິດໃຈເຂັ້ມແຂງທີ່ສຸດ ເພື່ອຮັບປະກັນໃຫ້ການຮຽນ - ການສອນຂອງຄູອາຈານ ແລະ ນັກຮຽນ ບໍ່ຖືກຂາດວັກຂາດຕອນ.

ແລະກໍ່ໃນຕອນເຊົ້າວັນທີ 18 ພະຈິກ, ຢູ່ຮ່າໂນ້ຍ, ສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ ວັນຄູ ຫວຽດນາມ ຄົບຮອບ 39 ປີ ຕາມຮູບການທາງໄກ ສົມທົບໂດຍກົງ.

(ແຫຼ່ງຄັດຈາກ VOV)

ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ

ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ

ທ່ານ ເລຮວ່າຍຈຸງ ຕີລາຄາສູງບັນດາການເຄື່ອນໄຫວທີ່ແທ້ຈິງໃນການພົວພັນ 2 ຝ່າຍ

Top