ຂ່າວສານ
ການພົວພັນ ຫວຽດນາມ - ລາວ: ຈາກຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄປສູ່ການເຊື່ອມຕໍ່ຮອບດ້ານສອງພື້ນຖານເສດຖະກິດ
ໂດຍຕອບສຳພາດຕໍ່ນັກຂ່ອງຂອງ ວິທະຍຸກະຈາຍສຽງ ຫວຽດນາມ ເນື່ອງໃນໂອກາດໄປຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ເລມິງຮຶງ (ແຕ່ວັນທີ 8 – 9 ຕຸລາ), ຕາມຄຳເຊື້ອເຊີນຂອງ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ສປປ.ລາວ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ເນັ້ນໜັກວ່າ ການຢ້ຽມຢາມມີຄວາມໝາຍສຳຄັນຍິ່ງ, ສະແດງໃຫ້ເຫັນບົດບາດເປັນເຈົ້າການ, ຕັ້ງໜ້າຂອງຜູ້ນຳໜ້າລັດຖະບານ ຫວຽດນາມ. ການຢ້ຽມຢາມສົ່ງສານກ່ຽວກັບບັນດາຈຸດສຸມ, ບຸລິມະສິດທາງການທູດຂອງ ຫວຽດນາມ ໃນອາຍຸການໃໝ່ຢ່າງຈະແຈ້ງ; ທ່ານຢັ້ງຢືນວ່າ ຫວຽດນາມ ແລະ ລາວ ໃຫ້ບຸລິມະສິດແຖວໜ້າແກ່ການຮັກສາ ແລະ ພັດທະນາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ. ພ້ອມກັນນັ້ນ, ຢູ່ລະດັບຍຸດທະສາດ, ການຢ້ຽມຢາມມີຄວາມໝາຍສຳຄັນໃນການສືບຕໍ່ຫັນເປັນລະອຽດ ແລະ ນຳເນື້ອໃນຫຸ້ນສ່ວນຍຸດທະສາດ ກາຍເປັນການກຳນົດທິດລຸລ່ວງໃນການການພົວພັນ ຫວຽດນາມ - ລາວ.
ຢາກເຮັດໄດ້ສິ່ງນັ້ນ ຕ້ອງພ້ອມກັນແກ້ໄຂ 4 ຕ່ອງໂສ້: ພື້ນຖານໂຄງລ່າງຄົມມະນາຄົມ - logistics; ພະລັງງານ ແລະ ການຜະລິດ, ລະບອບລະບຽບການ ແລະ ພື້ນຖານໂຄງລ່າງດີຈີຕອນ; ແຫຼ່ງຊັບພະຍາກອນມະນຸດ. ຖ້າ 4 ຕ່ອງໂສ້ນີ້ໄດ້ຜັນຂະຫຍາຍຢ່າງຄົບຊຸດ ກໍ່ຈະສ້າງການປ່ຽນແປງສຳຄັນ; ຈາກການເຊື່ອມຕໍ່ ຫວຽດນາມ - ລາວ ຕາມແຕ່ລະໂຄງການຍ່ອຍສະເພາະໄປເປັນພຶ້ນທີ່ເສດຖະກິດທີ່ມີລັກສະນະເຊື່ອມຕໍ່, ໃນນັ້ນ ລາວຜັນຂະຫຍາຍທີ່ຕັ້ງສູນກາງເຊື່ອມຕໍ່ພາກພື້ນດີກວ່າ, ຫວຽດນາມ ເສີມຂະຫຍາຍທ່າໄດ້ປຽບກ່ຽວກັບຕະຫຼາດ, ຄວາມສາມາດໃນການຜະລິດ ແລະ ປະຕູເຂົ້າອອກທະເລ, ພ້ອມກັນນັ້ນ ທັງສອງປະເທດຕ່າງກໍ່ເຂົ້າຮ່ວມບັນດາລະບົບການຜະລິດ, ການສະໜອງ ແລະ ມຸນຄ່າຂອງພາກພື້ນຢ່າງເລິກເຊິ່ງ.






