ຂ່າວສານ

ການ​ພົວ​ພັນ ຫວຽດ​ນາມ - ລາວ: ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄປສູ່ການ​ເຊື່ອມ​ຕໍ່​ຮອບ​ດ້ານ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ຢູ່​ລະ​ດັບ​ຍຸດ​ທະ​ສາດ, ການ​ຢ້ຽມ​ຢາມໄດ້​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ສືບ​ຕໍ່​ຫັນ​ເປັນ​ລະ​ອຽດ ແລະ ນຳ​ເນື້ອ​ໃນຫຸ້ນ​ສ່ວນ​ຍຸດ​ທ​ະ​ສາດ ກາຍ​ເປັນ​ການ​ກຳ​ນົດ​ທິດ​ລຸ​ລ່ວງ​ໃນ​ການ​ການ​ພົວ​ພັນ ຫວຽດ​ນາມ - ລາວ.
  ທ່ານ ຫງວຽນ​ມິງ​ເຕິມ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລາວ (ພາບ: VNA)  

ໂດຍ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່ອງ​ຂອງ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ໄປ​ຢ້ຽມ​ຢາມ ​ສ​ປ​ປ.ລາວ ​ຢ່າງ​ເປັນ​ທາງ​ການ​ຂອງ​ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ (ແຕ່​ວັນ​ທີ 8 – 9 ຕຸ​ລາ), ຕ​າມ​ຄຳ​ເຊື້​ອ​ເຊີນ​ຂອງ​ ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ​ປ.ລາວ, ທ່ານ ຫງວຽນ​ມິງ​ເຕິມ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລາວ ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມ​ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ, ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ຂອງ​ຜູ້​ນຳ​ໜ້າລັດ​ຖະ​ບານ ຫວຽດ​ນາມ. ການ​ຢ້ຽມ​ຢາມ​ສົ່ງ​ສານ​ກ່ຽວ​ກັບ​ບັນ​ດາ​ຈຸດ​ສຸມ, ​ບຸ​ລິ​ມະ​ສິດ​ທາງ​ການ​ທູດຂອງ ຫວຽດ​ນາມ ໃນ​ອາ​ຍຸ​ການ​ໃໝ່​ຢ່າງ​ຈະ​ແຈ້ງ; ​ທ່ານຢັ້ງ​ຢືນ​ວ່າ ຫວຽດ​ນາມ ແລະ ລາວ ​ໃຫ້​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ແກ່​ການ​ຮັກ​ສາ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ. ພ້ອມ​ກັນນັ້ນ, ຢູ່​ລະ​ດັບ​ຍຸດ​ທະ​ສາດ, ການ​ຢ້ຽມ​ຢາມ​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ສືບ​ຕໍ່​ຫັນ​ເປັນ​ລະ​ອຽດ ແລະ ນຳ​ເນື້ອ​ໃນຫຸ້ນ​ສ່ວນ​ຍຸດ​ທ​ະ​ສາດ ກາຍ​ເປັນ​ການ​ກຳ​ນົດ​ທິດ​ລຸ​ລ່ວງ​ໃນ​ການ​ການ​ພົວ​ພັນ ຫວຽດ​ນາມ - ລາວ.

ຢາກ​ເຮັດ​ໄດ້​ສິ່​ງນັ້ນ ​ຕ້ອງ​ພ້ອມ​ກັນ​ແກ້​ໄຂ​ 4 ຕ່ອງໂສ້: ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ - logistics; ພ​ະ​ລັງ​ງານ ແລະ ການ​ຜະ​ລິດ, ລະ​ບອບ​ລະ​ບຽບ​ການ ແລະ ພື້ນ​ຖານ​ໂຄງ​ລ່າງ​ດີ​ຈີ​ຕອນ; ແຫຼ່ງ​ຊັບ​ພະ​ຍາ​ກອ​ນ​ມະ​ນຸດ. ຖ້າ 4 ຕ່ອງໂສ້ນີ້​ໄດ້​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ ກໍ່ຈະ​ສ້າງ​ການ​ປ່ຽນ​ແປງ​ສຳ​ຄັນ; ຈາກ​ການ​ເຊື່ອມ​ຕໍ່ ຫວຽດ​ນາມ - ລາວ ​ຕາມ​ແຕ່​ລະ​ໂຄງ​ການ​ຍ່ອຍສະ​ເພາະ​ໄປ​ເປັນພຶ້ນທີ່ເສດຖະກິດທີ່ມີລັກສະນະເຊື່ອມຕໍ່, ໃນນັ້ນ ລາວຜັນຂະຫຍາຍ​ທີ່​ຕັ້ງ​ສູນ​ກາງ​ເຊື່ອມ​ຕໍ່​ພາກ​ພື້ນດີກວ່າ, ຫວຽດ​ນາມ ເສີມ​ຂະ​ຫຍາຍ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ຕະຫຼາດ, ຄວາມ​ສາ​ມາດ​ໃນ​ການ​ຜະ​ລິດ ແລະ ປະ​ຕູ​ເຂົ້າ​ອອກ​ທະ​ເລ, ພ້ອມ​ກັນ​ນັ້ນ ທັງ​ສອງ​ປະ​ເທດ​ຕ່າງ​ກໍ່​ເຂົ້າ​ຮ່ວມ​ບັນ​ດາ​ລະ​ບົບ​ການ​ຜະ​ລິດ, ການ​ສະ​ໜອງ ແລະ ມຸນ​ຄ່າ​ຂອງ​ພາກ​ພື້ນ​ຢ່າງ​ເລິກ​ເຊິ່ງ.


top