• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ປະ​ທະ​ກັນຢູ່ຕາ​ເວັນ​ອອກ​ກາງ: ອີ​ຣານ​ຮຽກ​ຮ້ອງ​​ຢຸດ​ຕິ​ການ​ປະ​ທະ​ກັນ, ຍົກ​ເລີກ​ການ​ປິດ​ລ້ອມ​ກອງ​ທັບ​ເຮືອ, ​ປ່ອຍ​ຊັບ​ສິນ​ຖືກ​ປິດ​ລ້ອມ​

ທ່ານ Esmaeil Baqaei ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ ຖື​ວ່າ ອາ​ເມ​ລິ​ກາ ພວມ​ປະ​ຕິ​ບັດ​ຄວາມ​ຮຽກ​ຮ້ອງ​ໄຫ້​ເຫດ​ຜົນ, ກົງ​ກັນ​ຂ້າມ​ກັບ ​ຄວາມ​ຮຽກ​ຮ້ອງ​ທີ່​ສົມ​ເຫດ​ສົມ​ຜົນ ຂອງ​ຝ່າຍ​ອີ​ຣານ.
  ທ່ານ Esmaeil Baqaei ໂຄສົກກະຊວງການຕ່າງປະເທດ ອີຣານ (ພາບ: REUTERS)  
ວັນ​ທີ 11 ພຶດ​ສະ​ພາ, ທ່ານ Esmaeil Baqaei ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ ຖື​ວ່າ ອາ​ເມ​ລິ​ກາ ພວມ​ປະ​ຕິ​ບັດ​ຄວາມ​ຮຽກ​ຮ້ອງ​ໄຫ້​ເຫດ​ຜົນ, ກົງ​ກັນ​ຂ້າມ​ກັບ ​ຄວາມ​ຮຽກ​ຮ້ອງ​ທີ່​ສົມ​ເຫດ​ສົມ​ຜົນ ຂອງ​ຝ່າຍ​ອີ​ຣານ. ຕາມ​ທ່ານ Baqaei ແລ້ວ, ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຂອງ ເຕ​ເຮຣານ ກ່ຽວ​ກັບ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ສະ​ບັບ​ໃໝ່​ລວມ​ມີ: ການ​ຢຸດ​ຕິ​ສົງ​ຄາມ, ຍົກ​ເລີກ​ການ​ປິດ​ລ້ອມ​ກອງ​ທັບ​ເຮືອ, ປ່ອຍ​ຊັບ​ສິນ​ຖືກ​ປິດ​ລ້ອມ​ຂອງ ອີຣານ, ຮັບ​ປະ​ກັນ​ການ​ຈະ​ລາ​ຈອນ​ຢ່າງ​ປອດ​ໄພ​ຜ່ານ​ຊ່ອງ​ແຄບ​ທະ​ເລ Hormuz ແລະ ສ້າງ​ຄວາມ​ໝັ້​ນ​ຄົງ​ໃນ​ທົ່ວ​ພາກ​ພື້ນ, ລວມ​ມີ​ລີ​ບັງ. ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ທີ່​ທຳ​ນຽບ​ຂ​າວ, ທ່ານ​ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຖື​ວ່າ ທ່ານ​ຍັງ​ເຊື່ອ​ໝັ້ນ​ຕໍ່​ວິ​ທີ​ການ​ທາງ​ການ​ທູດ​ກັບ ອີ​ຣານ ແມ່ນ “ອາດ​ສາ​ມາດເປັນ​ໄປ​ໄດ້”, ເຖິງວ່າ​ຍັງກ່າວ​ຫາ ວົງ​ການ​ເຈົ້າ​ໜ້າ​ທີ່ ເຕ​ເຮ​ຣານ ​ປ່ຽນ​ແປງຫຼັກ​ໝັ້ນ​ຢ່າງ​ຕໍ່​ເນື່ອງ. ຕາມ​ທ່ານ Trump ແລ້ວ, ຝ່າ​ຍ​ອາ​ເມ​ລິ​ກາ ໄດ້​ມີ​ຄວາມ​ຫວັງ​ຕໍ່​ເລື່ອງ ອີ​ຣານ ເຫນ​ດີ ມອບ​ສົ່ງ​ unranium ທີ່​ເສີມ​ແລ້ວ ແຕ່​ສິ່ງ​ນັ້ນ​ພັດ​ບໍ່​ໄດ້​ລະ​ບຸ​ໃນ​ເອ​ກະ​ສານ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໄດ້​ເອີ້ນ​ຂໍ້​ສະ​ເໜີ​ສັນ​ຕິ​ພາບ​ສະ​ບັບຫຼ້າ​ສຸດ​ຂອງ ອີ​ຣານ ແມ່ນ ”​ບໍ່​ສາ​ມາດຍອມ​ຮັບ​ໄດ້ຢ່າງ​ສິ້ນ​ເຊິງ, ພາຍຫຼັງ​ອ່ານຄຳ​ຕິ​ຊົມ​ຈາກ​ຝ່າຍ ເຕ​ເຮ​ຣານ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ, ໂອ​ຕາ​ລິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ AI ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

ຫວຽດ​ນາມ, ໂອ​ຕາ​ລິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ AI ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

ທ້າຍ​ອາ​ທິດ​ຜ່ານ​ມາ, ຄະ​ນະ​ປ​ະ​ຕິ​ບັດ​ງານ​ຂອງ​ສະ​ຫະ​ສະ​ມາ​ຄົມ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​ແຫ່ງ​ຊາດ (NCA) ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະ​ຖາ​ບັນ​ອຸດ​ສາ​ຫະ​ກຳ ໂອ​ຕາ​ລິດ (AIT) ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ, ຂໍ້​ມູນ ແລະ ປັນ​ຍາ​ປະ​ດິດ (AI).

Top