• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເລືອກຕັ້ງ ຢູ່ ອາເມລິກາ ໃນປີ 2020: ປະທານາທິບໍດີ Donald Trump ສືບຕໍ່ຮັກສາທ່າໄດ້ປຽບກ່ຽວກັບການຂົນຂວາຍກອງທຶນຫາສຽງເລືອກຕັ້ງຄືນໃໝ່

      ວັນທີ 20 ມິຖຸນາ, ຄະນະຂົນຂວາຍຫາສຽງເລືອກຕັ້ງຂອງທ່ານປະທານາທິບໍດີ Donald Trump ແລະ ຄະນະກຳມະການແຫ່ງຊາດພັກ ສາທາລະນະ (RNC) ປະກາດວ່າ ໄດ້ສ້າງກອງທຶນ ດ້ວຍຈຳນວນເງິນປະມານ  74 ລ້ານ USD ໃນເດືອນພຶດສະພາຜ່ານມາ.

ທ່ານອະດີດຮອງປະທານາທິບໍດີ Joe Biden ແລະ ທ່ານປະທານາທິບໍດີ Donald Trump (ພາບ:  AFP/TTXVN)
             ນີ້ແມ່ນຈຳນວນເງິນ ສ້າງກອງທຶນບັນລຸລະດັບສູງໃນເດືອນຂອງປະທານາທິບໍດີ Donald Trump ກໍຄື RNC, ສູງກວ່າ 12 ລ້ານ USD ເມື່ອທຽບໃສ່ຈຳນວນເງິນທີ່ເກັບມາໄດ້ໃນເດືອນເມສາ, ອັນໄດ້ຍົກຍອດຈຳນວນເງິນເກັບມາໄດ້ຂຶ້ນເຖິງ 817 ລ້ານ USD.
            ເຖິງຢ່າງໃດກໍຕາມ, ຈຳນວນເງິນແຜ່ບໍລິຈາກໃນເດືອນພຶດສະພາດັ່ງກ່າວ ຍັງຕ່ຳກວ່າເມື່ອທຽບໃສ່ຈຳນວນເງິນ  81 ລ້ານ USD ເຊິ່ງຜູ້ສະໝັກເລືອກຕັ້ງປະທານາທິບໍດີ ສັງກັດພັກປະຊາທິປະໄຕ Joe Biden ແລະ ຄະນະກຳມະການແຫ່ງຊາດ ພັກປະຊາທິປະໄຕ (DNC)  ເກັບມາໄດ້ໃນເວລາດຽວກັນ. ນີ້ກໍແມ່ນເດືອນສ້າງກອງທຶນດີທີ່ສຸດຂອງທ່ານ Joe Biden ແລະ DNC ໄລ່ຮອດຈຸດເວລານີ້ ໃນບັ້ນຫາສຽງເລືອກຕັ້ງໃນປີ 2020.
            ຕາມທ່ານປະທານ RNC Ronna McDaniel,  ການນຳພາຢ່າງສະເໝີຕົ້ນສະເໝີປາຍຂອງທ່ານປະທານາທິບໍດີ Donald Trump ແລະ ບັນດາການກະທຳທີ່ບໍ່ເຄີຍມີມາ ໃນໄລຍະທີ່ເຕັມໄປດ້ວຍສິ່ງທ້າທາຍນີ້ ແນ່ນອນວ່າ ຈະກໍ່ສຽງກັງວານສຳລັບຊາວ ອາເມລິກາ ພ້ອມທັງຖືວ່າ ບັ້ນຫາສຽງເລືອກຕັ້ງຂອງທ່ານ ປະທານາທິບໍດີ Donald Trump ແລະ RNC ຍັງສືບຕໍ່ໄດ້ຮັບການສະໜັບສະໜູນໃນທົ່ວປະເທດ ອາເມລິກາ ແລະ ສິ່ງນີ້ ຈະຊ່ວຍນຳໄຊຊະນະມາສູ່ທ່ານ ປະທານາທິບໍດີ Donald Trump ໃນການເລືອກຕັ້ງທີ່ຈະດຳເນີນໃນເດືອນພະຈິກຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ ຄຳສັ່ງຂອງເພີ່ນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມລາຍການສະແດງສິລະປະພິເສດ “ຄຳສັ່ງຂອງເພີ່ນ”

ລາຍການໄດ້ເພື່ອຫວນຄືນປະຫວັດສາດ, ພ້ອມທັງຢືນຢັນຄຸນຄ່າແກ່ນສານ ແລະ ບັນດາການປະກອບສ່ວນສຳຄັນຂອງຄຳພິໄນກຳປະທານ ໂຮ່ຈີມິນ ໃນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ ໃນກວ່າເຄິ່ງສະຕະວັດຜ່ານມາ.

Top