• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົບ​ປະກັບ​ຄະ​ນະທຸ​ຕາ​ນຸ​ທູດ​ເນື່ອ​ງ​ໃນ​ໂອ​ກາດ​ບຸ​ນ​ເຕັດ​ປີ​ຊ​ວດ 2020

ຕອນຄ່ຳວັນທີ 14 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງການພົບປະກັບຄະນະທຸຕານຸທູດ ເນື່ອງໃນໂອກາດບຸນເຕັດປີຊວດ 2020. 

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN) 

ທີ່ເຫດການ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ປາດຖະໜາວ່າ ໃນປີໃໝ່ນີ້, ຫວຽດນາມຈະສືບຕໍ່ໄດ້ຮັບການຮ່ວມມື ຄຽງບ່າຄຽງໄຫຼ່, ເພີ່ມທະວີການພົວພັນຮ່ວມມືໃນຫຼາຍດ້ານ, ກ່ວາອີກ, ໄດ້ຮັບຄວາມສ້າງສັນ ແລະ ຄວາມໄວ້ເນື້ອເຊື່ອໃຈຈາກ ລັດຖະບານ, ປະຊາຊົນບັນດາປະເທດ ແລະ ບັນດາອົງການສາກົນຕື່ມອີກ.

        ກ່າວຄຳເຫັນທີ່ການພົບປະ, ທ່ານ Saadi Salama ເອກອັກຄະລັດຖະທູດ ລັດ ປາແລັດສະຕິນ, ຫົວໜ້າຄະນະທຸຕານຸທູດ, ໄດ້ຢັ້ງຢືນວ່າ ປີ 2020 ແມ່ນໂອກາດເພື່ອໃຫ້ຫວຽດນາມ ປະກອບສ່ວນມີທັດສະນະສຳຄັນໃນການສືບຕໍ່ໍຊຸກຍູ້ການປະຕິບັດກົດບັດ ສປຊ ແລະ ກົດໝາຍສາກົນ, ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນໂລກ, ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດ, ຊຸກຍູ້ລັດທິຫຼາຍຝ່າຍ ແລະ ມານະພະຍາຍາມ ແກ້ໄຂບັນດາສິ່ງທ້າທາຍລວມ  ຂອງມວນມະນຸດເພື່ອສ້າງອະນາຄົດທີ່ດີງາມກ່ວາ. ທ່ານເອກອັກຄະລັດຖະທູດ ກໍ່ຢັ້ງຢືນເຖິງ ຄວາມກຽມພ້ອມ ແລະ ຕັດສິນໃຈສືບຕໍ່ ມານະພະຍາຍາມຊຸກຍູ້ ແລະ ພັດທະນາການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ບັນດາປະເທດ, ບັນດາອົງການຈັດຕັ້ງສາກົນໃນໂລກໃຫ້ດີກ່ວາອີກ, ຜ່ານການຮ່ວມມືສ້າງສັນຕິພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດເພື່ອໂລກແຫ່ງສັນຕິພາບ, ສະເໝີພາບ, ວັດທະນາຖາວອນ, ຮ່ວມມື ແລະ ພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top