• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຊ້ອມລະດັບຊາດການເດີນຂະບວນສວນສະໜາມ, ສະແດງກ້ອນກຳລັງ 80 ປີແຫ່ງວັນຊາດ ຫວຽດນາມ ຢູ່ສະໜາມຫຼວງ ບາດິ່ງ

ມີກວ່າ 40.000 ຄົນຈະເຂົ້າຮ່ວມການຊ້ອມລະດັບຊາດການເດີນຂະບວນສວນສະໜາມ, ສະແດງກ້ອນກຳລັງ 80 ປີແຫ່ງໄຊຊະນະການປະຕິວັດເດືອນ ສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ, ຢູ່ສະໜາມຫຼວງ ບາດິ່ງ
(ການກະກຽມກ່ອນດຳເນີນການຊ້ອມລະດັບຊາດ)

ມີກວ່າ 40.000 ຄົນຈະເຂົ້າຮ່ວມການຊ້ອມລະດັບຊາດການເດີນຂະບວນສວນສະໜາມ, ສະແດງກ້ອນກຳລັງ 80 ປີແຫ່ງໄຊຊະນະການປະຕິວັດເດືອນ ສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ, ຢູ່ສະໜາມຫຼວງ ບາດິ່ງ, ໃນຕອນຄ່ຳວັນທີ 27 ສິງຫາ. ການຊ້ອມດັ່ງກ່າວຈະລວມມີທັງກຸ່ມກ້ອນກຳລັງປະກອບອາວຸດ (ກອງທັບ, ຕຳຫຼວດ), ບັນດາກຸ່ມກ້ອນກຳລັງມະຫາຊົນເດີນຂະບວນ, ກຸ່ມກ້ອນກຳລັງຢືນ ແລະ ຍຸດໂທປະກອນການທະຫານ, ລົດພິເສດສະເພາະ. ພ້ອມກັນນັ້ນ, ກໍ່ຈະມີການບັນຍາຍໂດຍກົງຈາກຈຸດເຊື່ອມຕໍ່ຖ່າຍທອດສົດຈາກ ແຄງຮ່ວາ (ສາຍຢູ່ໜ້າຈໍ) ພາກສ່ວນສວນສະໜາມບັນດາກຳລັງປະກອບອາວຸດທາງທະເລ. ໃນນັ້ນ, ກຳລັງ ແລະ ພາຫະນະຂອງເຫຼົ່າທັບເຮືອສວມບົດບາດເປັນແກ່ນສານ, ດ້ວຍການເຂົ້າຮ່ວມຂອງກຳປັ່ນດຳນ້ຳ, ກຳປັ່ນອົງຄະລັກຕິດລູກສອນໄຟ, ກຳປັ່ນຕິດລູກສອນໄຟ, ກຳປັ່ນອົງຄະລັກຕ້ານໃຕ້ນ້ຳ, ບັນດາກຳປັ່ນຂອງຕຳຫຼວດທະເລ, ກຳປັ່ນກວດການປະມົງ…

ນອກນັ້ນ, ເຂົ້າຮ່ວມການຊ້ອມນີ້ ກໍ່ຍັງມີກຸ່ມກອງທັບບັນດາປະເທດ, ຄື: ລັດເຊຍ, ລາວ, ກຳປູເຈຍ…

(ແຫຼ່ງຄັດຈາກ VOV)

ງານວາງສະແດງຜົນງານຂອງປະເທດຊາດ 80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ

ງານວາງສະແດງຜົນງານຂອງປະເທດຊາດ “80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ”

ນີ້ແມ່ນງານວາງສະແດງທີ່ໄດ້ຈັດຂຶ້ນດ້ວຍຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ.

Top