• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຕ້ອງ​ນຳ​ໜ້າ​ໃນ​ການ​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນ​າ​ການ,​ປະ​ດິດ​ຄິດ​ສ້າງ ພ້ອມ​ກັນ​ພັດ​ທະ​ນາ​ປະ​ເທ​ດ​ຊາດ

ຕອນເຊົ້າວັນທີ 31 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີ ສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອຂະແໜງແຜນການ ແລະ ການລົງທຶນ (31 ທັນວາ 1945 – 31 ທັນວາ 2020) ແລະ ມອບຫຼຽນໄຊເອກະລາດຊັ້ນໜຶ່ງໃຫ້ກະຊວງແຜນການແລະການລົງທຶນ.

ພິທີມອບຫຼຽນໄຊເອກະລາດຊັ້ນໜຶ່ງໃຫ້ກະຊວງແຜນການແລະການລົງທຶນ (ພາບ: VOV)

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຊວັນຟຸກ ໄດ້ຢ້ຳຄືນບັນດາຜົນງານຮອບດ້ານຂອງປະເທດຊາດໃນເກືອບ 35 ປີແຫ່ງການປ່ຽນແປງໃໝ່ພາຍໃຕ້ການນຳພາຂອງພັກ, ມີການປະກອບສ່ວນສຳຄັນຂອງຂະແໜງແຜນການ ແລະ ການລົງທຶນ, ໂດຍກົງແມ່ນກະຊວງແຜນການ ແລະ ການລົງທຶນ ເຊິ່ງແມ່ນອົງການເປັນເສນາທິການດ້ານຍຸດທະສາດ, ການລວບລວມຂອງ ພັກ ແລະ ລັດ.

ໃນນັ້ນ, ກະຊວງໄດ້ສ້າງ 3 ແຜນຍຸດທະສາດ 10 ປີແຫ່ງການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ ນັບແຕ່ ປີ 1991 ຈົນມາຮອດດຽວນີ້ ແລະ ປັດຈຸບັນພວມສ້າງແຜນຍຸດທະສາດໄລຍະແຕ່ປີ 2021 – 2030 ເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ. ທ່ານຫງວຽນຊວັນຟຸກ ໄດ້ຍົກອອກ 9 ສິ່ງທ້າທາຍຕົ້ນຕໍ ຕໍ່ການພັດທະນາປະເທດຊາດ, ໂດຍສະເພາະແມ່ນການກະທົບຂອງໂລກລະບາດໂຄວິດ - 19 ແລະ ຄວາມເຄັ່ງຕຶງດ້ານພູມສາດການເມືອງເຊິ່ງ ຫວຽດນາມພວມປະເຊີນໜ້າ. ທ່ານກໍ່ຖືວ່າ, ກະຊວງແຜນການແລະການລົງທຶນ ຕ້ອງຮັບຮູ້ສິ່ງທ້າທາຍເຫຼົ່ານີ້ ເພື່ອປະຕິບັດເປົ້າໝາຍພັດທະນາຂອງປະເທດຊາດ ປີ 2025, 2030 ແລະ ພິເສດແມ່ນມີວິໄສທັດຮອດປີ 2045 ດ້ວຍການກຳນົດທີ່ຕັ້ງຢ່າງຈະແຈ້ງ ກ່ຽວກັບ ພາລະບົດບາດ. ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ ດ້ວຍຖານະເປັນ “ເສນາທິການໃຫຍ່”, ກະຊວງແຜນການ ແລະ ການລົງທຶນຕ້ອງສ້າງແຜນການເພື່ອບັນລຸໄດ້ຄວາມບຸກທະລຸຂອງເປົ້າໝາຍເສດຖະກິດສັງຄົມປີ 2021, ກໍຄືໄລຍະຕໍ່ໄປ ໃຫ້ຕິດພັນກັບເປົ້າໝາຍ ແລະ ວິໄສທັດ ເຊິ່ງກອງປະຊຸມຄັ້ງທີ XIII ຂອງພັກຈະວາງອອກ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top