• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 - ຜັນຂະຫຍາຍບັນດາບຸລິມະສິດໃນສະພາບການໃໝ່

      ວັນທີ 22 ມິຖຸນາ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ເລີ່ມໄດ້ຮັບການຈັດຂຶ້ນຢູ່ຫວຽດນາມ ດ້ວຍບັນດາການເຄື່ອນໄຫວທໍາອິດ. ກອງປະຊຸມຖືກດໍາເນີນໃນສະພາບການເປັນພິເສດ ພາຍຫຼັງໂລກລະບາດໂຄວິດ - 19 ໄດ້ ແລະ ກໍາລັງແຜ່ລະບາດອອກສູ່ວົງກວ້າງໃນທົ່ວໂລກ, ອັນໄດ້ສົ່ງຜົນກະທົບຫຍໍ້ທໍ້ເຖິງທຸກດ້ານ ເສດຖະກິດ, ສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນບັນດາປະເທດໃນໂລກເວົ້າລວມ ແລະ ອາຊຽນ ເວົ້າສະເພາະ. ໃນຖານະເປັນປະທານ ອາຊຽນ 2020, ຫວຽດນາມ ສືບຕໍ່ມານະພະຍາຍາມປະຕິບັດບົດບາດຂອງຕົນ, ຮັບປະກັນໃຫ້ກອງປະຊຸມດັ່ງກ່າວບັນລຸໄດ້ໝາກຜົນໃດໜຶ່ງທີ່ສອດຄ່ອງກັບສະພາບການໃໝ່.

ໃນຖານະເປັນປະທານ ອາຊຽນ 2020, ຫວຽດນາມ ສືບຕໍ່ມານະພະຍາຍາມປະຕິບັດບົດບາດຂອງຕົນ, ຮັບປະກັນໃຫ້ກອງປະຊຸມດັ່ງກ່າວບັນລຸໄດ້ໝາກຜົນໃດໜຶ່ງທີ່ສອດຄ່ອງກັບສະພາບການໃໝ່ (ພາບ: Reuters//baoquocte.vn)
      ໂລກລະບາດໂຄວິດ - 19 ກໍໄດ້ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ ປະຊາຄົມ ອາຊຽນ ເວົ້າລວມ ແລະ ອາຍຸການເປັນປະທານ ອາຊຽນ 2020 ຂອງຫວຽດນາມ ເວົ້າສະເພາະ. ເຖິງຢ່າງໃດກໍຕາມ, ບັນດາສິ່ງທ້າທາຍທີ່ພວມປະເຊີນໜ້ານັ້ນ ກໍຈະແມ່ນກາລະໂອກາດເພື່ອໃຫ້ຫວຽດນາມເສີມຂະຫຍາຍບົດບາດເປັນປະທານ ອາຊຽນ 2020 ໄດ້ຫຼາຍກວ່າອີກ.
        ມານະພະຍາຍາມສ້າງຄວາມ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື
        ຍ້ອນຖືກຜົນສະທ້ອນຈາກໂລກລະບາດ, ສະນັ້ນ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ຈະດໍາເນີນໃນວັນທີ 26 ມິຖຸນາ ດ້ວຍຮູບແບບອອນລາຍ. ໃນບົດບາດເປັນປະທານ ອາຊຽນ 2020, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຈະເປັນປະທານໃນວາລະໄຂ, ວາລະປະຊຸມຄົບຄະນະ, ບັນດາວາລະປະຊຸມພິເສດ ກ່ຽວກັບການເພີ່ມສິດ ອໍານາດໃຫ້ ແມ່ຍິງໃນຍຸກສະໄໝດີຈີຕອນ; ການເຈລະຈາລະຫວ່າງການນໍາບັນດາປະເທດ ອາຊຽນ ກັບ ສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ (AIPA), ຜູ້ຕາງໜ້າຊາວໜຸ່ມ ອາຊຽນ, ສະພາທີ່ປຶກສາດໍາເນີນທຸລະກິດ ອາຊຽນ (ASEAN – BAC). ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ປະທານ AIPA 41 ຈະຕາງໜ້າໃຫ້ຫວຽດນາມ ກ່າວຄໍາເຫັນທີ່ວາລະປະຊຸມພິເສດກ່ຽວກັບການເພີ່ມສິດ, ອໍານາດໃຫ້ແມ່ຍິງໃນຍຸກສະໄໝດີຈີຕອນ ແລະ ເຂົ້າຮ່ວມກອງປະຊຸມເຈລະຈາລະຫວ່າງການນໍາ ອາຊຽນ ກັບ AIPA.
        ກ່ອນໜ້ານັ້ນ, ໃນລະຫວ່າງວັນທີ 22 – 24 ມິຖຸນາ 2020, ຈະດໍາເນີນບັນດາກອງປະຊຸມຈັດກຽມ. ລັດຖະມົນຕີບັນດາກະຊວງການຕ່າງປະເທດ, ກະຊວງ ອຸດສາຫະກໍາ - ການຄ້າ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ກະກຽມບັນດາກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຢ່າງບໍ່ເປັນທາງການ, ສະມັດຊາປະສານງານ ອາຊຽນ ຄັ້ງທີ 26, ສະມັດຊາປະຊາຄົມ ການເມືອງ - ຄວາມໝັ້ນຄົງ ອາຊຽນ ຄັ້ງທີ 21, ກອງປະຊຸມລັດຖະບານບັນດາປະເທດເຂົ້າຮ່ວມການເຈລະຈາ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ກອງປະຊຸມສະມັດຊາປະຊາຄົມວັດທະນະທໍາ - ສັງຄົມ ອາຊຽນ ຄັ້ງທີ 23. ຕາມທ່ານນາງ ເລທິທູຮັ່ງ ຫົວໜ້າກົມການຂ່າວກະຊວງການຕ່າງປະເທດ ຫວຽດນາມແລ້ວ, ເຖິງວ່າ ໂລກລະບາດໂຄວິດ - 19 ພວມຜັນແປຢ່າງສັບສົນກໍ່ຕາມ, ແຕ່ຫວຽດນາມ ຍັງຕັ້ງໜ້າກະກຽມ ແລະ ກຽມພ້ອມດໍາເນີນກອງປະຊຸມສຸດຍອດຄັ້ງທີ 36 ແລະ ບັນດາກອງປະຊຸມອື່ນໆຂອງປີ 2020. ທ່ານນາງກ່າວວ່າ:
        ໃນສະພາບການໂລກລະບາດໂຄວິດ - 19 ພວມມີບັນດາການຜັນແປສັບສົນຢູ່ບັນດາປະເທດ ແລະ ໃນທົ່ວໂລກນັ້ນ ໄດ້ມີການເຄື່ອນໄຫວພົວພັນຕ່າງປະເທດຈໍານວນໜຶ່ງຂອງຫວຽດນາມ ຖືກດັດປັບໃຫ້ສອດຄ່ອງກັບສະພາບການ. ດ້ວຍຖານະເປັນປະທານ ອາຊຽນ ປີ 2020, ຫວຽດນາມ ໄດ້ມານະພະຍາຍາມ ແລະ ຕັ້ງໜ້າ ພ້ອມກັບບັນດາປະເທດສະມາຊິກຂອງ ອາຊຽນ ເພື່ອສາມາດຈັດຕັ້ງກອງປະຊຸມຕ່າງໆໃນຂອບເຂດປີປະທານ ອາຊຽນ ໄດ້ຢ່າງສໍາເລັດຜົນ”.
 ເສີມຂະຫຍາຍບົດບາດຂອງອາຊຽນໃນໂລກທີ່ເຕັມໄປດ້ວຍສະພາບການຜັນແປ
        ນັບແຕ່ຕົ້ນປີມາຮອດປັດຈຸບັນ,  ຫວຽດນາມໄດ້ເປັນເຈົ້າການຈັດຕັ້ງບັນດາກອງປະຊຸມຂັ້ນຕ່າງໆທາງອອນລາຍໃນອາຊຽນກັບບັນດາຄູ່ຮ່ວມມື, ໃຫ້ສຳເລັດຜົນ ຢ່າງທັນການ ເພື່ອແນໃສ່ຊຸກຍູ້ບັນດາເນື້ອໃນ, ຂໍ້ລິເລີ່ມຂອງປີ ເປັນປະທານ, ຮັບປະກັນຄວາມຄືບໜ້າໃນການປະຕິບັດວຽກງານ ບໍ່ປະໃຫ້ຖືກຢຸດສະງັກ ຫຼື ຂາດຕອນ ແລະ ຖືກຕ້ອງຕາມເນື້ອໃນຈິດໃຈຂອງຫົວຂໍ້ປີ 2020 ແມ່ນ “ສະໜິດຕິດພັນ ແລະ ເປັນເຈົ້າການໃນການຮັບມື”.
        ຕໍ່ໜ້າສະພາບການຂອງໂລກລະບາດ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ຈະໄດ້ຮັບການຈັດຕັ້ງຕາມຮູບແບບອອນລາຍ, ຈຸດສຸມແມ່ນກວດກາຄືນ, ຕີລາຄາບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ແລະ ສະເໜີບັນດາມາດຕະການແກ້ໄຂໃນການຜັນຂະຫຍາຍບັນດາເນື້ອໃນ, ຂໍ້ລິເລີ່ມຂອງປີເປັນປະທານອາຊຽນ 2020 ໃນທ່າມກາງຜົນກະທົບຈາກໂລກລະບາດ Covid -19. ບົນພື້ນຖານດັ່ງກ່າວ, ຫວຽດນາມໄດ້ສະເໜີໃຫ້ສຸມໃສ່ຜັນຂະຫຍາຍ 4 ບຸລິມະສິດຕົ້ນຕໍທີ່ໄດ້ຮັບການເຫັນດີເປັນເອກະພາບຈາກບັນດາການນຳອາຊຽນກ່ອນໜ້ານັ້ນ, ລວມມີ: ສ້າງກອງທຶນ ອາຊຽນຮັບມືກັບໂລກລະບາດ Covid -19, ສ້າງສາງສະສົມພາກພື້ນອາຊຽນກ່ຽວກັບອຸປະກອນການແພດ, ສ້າງລະບົບມາດຕະຖານຂອງອາຊຽນໃນການຮັບມືກັບບັນດາກໍລະນີການແພດສຸກເສີນໃນປະຊາຄົມ ແລະ ສ້າງແຜນການຟື້ນຟູຂອງອາຊຽນໄລຍະ ຫຼັງ Covid -19. ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມໄດ້ຢັ້ງຢືນບຸລິມະສິດສູງສຸດຍັງຄົງແມ່ນຮັບປະກັນຊີວິດອິນຊີຂອງປະຊາຊົນອາຊຽນ. ທ່ານກ່າວວ່າ:
        ໜຶ່ງແມ່ນສະກັດກັ້ນຄວບຄຸມການແຜ່ລະບາດຂອງ ໂລກລະບາດທີ 2 ແມ່ນໜູນຊ່ວຍປະຊາຊົນບັນດາປະເທດອາຊຽນ ທີ່ຖືກຜົນກະທົບຈາກໂລກລະບາດໃນນັ້ນມີການໜູນຊ່ວຍການ ເຮັດລະບຽບການຢູ່ກົງສູນໃຫ້ແກ່ພົນລະເມືອງ ອາຊຽນທີ່ພວມດຳລົງຊີວິດຮ່ຳຮຽນ ແລະ ເຮັດວຽກຢູ່ບັນດາປະເທດສະມາຊິກຂອງ ກັນ ແລະ ຢູ່ປະເທດທີ 3. ແລະ ທີ 3 ແມ່ນຫຼຸດຜ່ອນບັນດາຜົນກະທົບຕໍ່ເສດຖະກິດ - ສັງຄົມຂອງໂລກລະບາດ.
ນັບແຕ່ຕົ້ນປີນີ້, ໃນຖານະເປັນປະທານອາຊຽນ, ຫວຽດນາມ ພ້ອມກັບບັນດາປະເທດ ສະມາຊິກໄດ້ກຳນົດຫົວຂໍ້ລວມໃຫ້ແກ່ປີ 2020 ແມ່ນ “ອາຊຽນສະໜິດຕິດພັນ ແລະ ເປັນເຈົ້າການໃນການຮັບມື” ເພື່ອແນໃສ່ຍູ້ແຮງກິດຈະການສາປະຊາຄົມ ແລະ ເສີມຂະຫຍາຍບົດບາດຂອງອາຊຽນ ໃນໂລກທີ່ເຕັມໄປດ້ວຍສະພາບການຜັນແປ. ການເກີດຂຶ້ນແບບບໍ່ຄາດຄິດ ແລະ ບັນດາຜົນພາຍຫຼັງ, ການຕ່າວປິ້ນທຸກໆດ້ານແບບທີ່ບໍ່ເຄີຍມີມາກ່ອນຂອງໂລກລະບາດ Covid – 19 ສະແດງໃຫ້ເຫັນວ່າ ຫົວຂໍ້ ແລະ ທິດນຳນັ້ນ ແມ່ນຖືກກັບເວລາ ແລະ ເໝາະສົມກ່ວາເວລາໃດໝົດ. ບັນດາຄວາມມານະພະຍາຍາມ ຂອງຫວຽດນາມໃນບົດບາດເປັນປະທານອາ ໄດ້ສະແດງຊຽນອອກຢ່າງ ຖືກຕ້ອງກັບຈິດໃຈສະໜິດຕິດພັນ ແລະ ເປັນເຈົ້າການຮັບມື. ພ້ອມກັບຄວາມສາມັກຄີ, ສະໜິດຕິດພັນລະຫວ່າງບັນດາປະເທດສະມາຊິກອາຊຽນ, ກອງປະຊຸມສູງສຸດອາຊຽນ ຄັ້ງທີ 36 ຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນຮັບປະກັນການປະຕິບັດສຳເລັດບັນດາຂໍ້ລິເລີ່ມຂອງປີ ປະທານອາຊຽນ 2020ໃຫ້ເໝາະສົມກັບສະພາບການໃໝ່, ເພື່ອໃຫ້ອາຊຽນສືບຕໍ່ຢັ້ງຢືນບົດບາດເປັນໃຈກາງໃນພາກພື້ນ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ອຳນາດການປົກຄອງ ແລະ ປະຊາຄົມວິສາຫະກິດລັດ Lower Saxony ປາດຖະໜາຢາກສ້າງຕັ້ງການພົວພັນແລກປ່ຽນຄະນະຜູ້ແທນ ແລະ ສ້າງການພົວພັນຄູ່ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ.

Top