• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ແຜນ​ນະ​ໂຍ​ບາຍ​ໂຮມ ສາມ​ແຂວງ ເລິມ​ດົ່ງ, ບິ່ງ​ທ້ວນ, ດັກ​ນົງ​ເຂົ້າ​ກັນ ນະໂຍ​ບາຍ​ໃຫຍ່

ແຜນນະໂຍບາຍໂຮມສາມແຂວງເຂົ້າກັນ ເພື່ອສ້າງແຂວງເລິມດົ່ງ (ໃໝ່) ແມ່ນນະໂຍບາຍຊີ້ຂາດ, ທັງມີລັກສະນະຍຸດທະສາດ, ທັງມີລັກສະນະທີ່ມີຄວາມເປັນໄປໄດ້ເພື່ອນໃສ່ຍົກສູງປະສິດທິຜົນ, ປະສິດທິພາບໃນການຄຸ້ມຄອງ, ບໍລິຫານ, ຈັດສັນຄືນເຂດພັດະນາຕາມທິດເປີດກ້ວາງ, ມີຄວາມສະໜິດຕິດພັນ, ຍືນຍົງ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ

ຕອນເຊົ້າວັນທີ 9 ມິຖຸນາ, ຢູ່ແຂວງ ເລິມດົ່ງ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເປັນປະທານການເຮັດວຽກກັບຄະນະປະຈຳຄະນະພັກແຂວງ ເລິມດົ່ງ ແລະ ຄະນະປະຈຳບັນດາຄະນະພັກແຂວງແຂວງ ບິ່ງທ້ວນ ແລະ ດັກນົງກ່ຽວກັບສະພາບການຜັນຂະຫຍາຍປະຕິບັດບັນດາມະຕິ, ບົດສະຫຼຸບຂອງສູນກາງ, ການສັບຊ້ອນກົງຈັກການຈັດຕັ້ງຂອງ 3 ທ້ອງຖິ່ນຕິດພັນກັບການຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການປະຕິບັດໜ້າທີ່ເຕີບໂຕເສດຖະກິດຢູ່ບັນດາທ້ອງຖິ່ນ ແລະ ວຽກງານຮັບປະກັນການໜູນຊ່ວຍສັງຄົມ. ທ່ານເລຂາທິການໃຫຍ່ ໂຕເລິມຊີ້ແຈ້ງວ່າແຜນນະໂຍບາຍໂຮມສາມແຂວງເຂົ້າກັນ ເພື່ອສ້າງແຂວງເລິມດົ່ງ (ໃໝ່) ແມ່ນນະໂຍບາຍຊີ້ຂາດ, ທັງມີລັກສະນະຍຸດທະສາດ, ທັງມີລັກສະນະທີ່ມີຄວາມເປັນໄປໄດ້ເພື່ອນໃສ່ຍົກສູງປະສິດທິຜົນ, ປະສິດທິພາບໃນການຄຸ້ມຄອງ, ບໍລິຫານ, ຈັດສັນຄືນເຂດພັດະນາຕາມທິດເປີດກ້ວາງ, ມີຄວາມສະໜິດຕິດພັນ, ຍືນຍົງ. ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ:

ການໂຮມບັນດາອົງການ, ສຳນັກງານເຂົ້າກັນ ຕ້ອງດຳເນີນຢ່າງມີວິທະຍາສາດ, ໂປ່ງໃສ, ເປີດເຜີຍ, ມີພາວະວິໄສ. ຕ້ອງຖືຄຸນສົມບັດ, ຄວາມສາມາດ, ອິດທິພົນຊື່ສຽງ, ປະສິດທິຜົນໃນການເຮັດວຽກແມ່ນໄມ້ວັດສູງສຸດໃນການສັບຊ້ອນພະນັກງານ. ທຸກວຽກງານຕ້ອງປະຕິບັດບົນຈິດໃຈວັດທະນະທຳມະນຸດ, ມີຄວາມຮັບຜິດຊອບ, ມີຄວາມເຂົ້າໃຈ, ຖືກຕ້ອງການຂໍ້ກຳນົດ. ບັນດາຜູ້ຄົນໄດ້ຮັບການມອບໝາຍໜ້າທີ່ໃໝ່ຕ້ອງໄດ້ຮັບເງື່ອນໄຂກ່ຽວກັບເຮືອນຢູ່, ໂຮງຮຽນໃຫ້ແກ່ລູກຫຼາຍ, ເງື່ອນໄຂດຳລົງຊີວິດທີ່ຈຳເປັນເພື່ອມີຄວາມອຸ່ນອ່ຽນໃຈປະຕິບັດວຽກງານ, ອຸທິດສ່ວນຍາວນານ.

(ແຫຼ່ງຄັດຈາກ VOV)

ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Tuvalu ແລະ ຜູ້​ອຳ​ນວຍ​ການ​ໃຫຍ່ UNESCO

ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Tuvalu ແລະ ຜູ້​ອຳ​ນວຍ​ການ​ໃຫຍ່ UNESCO

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນການເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືກັບ Tuvalu , ທ່ານປາດຖະໜາຢາກສອງປະເທດສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໂດຍໄວ.

Top