• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ໝາຍ​ໝັ້ນ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ພ້ອມ​ແລ້ວຮ່ວມ​ເດີນ​ທາງ​ໃນ​ຄວາມ​ພະ​ຍາ​ຍາມ​ປົກ​ປັກ​ຮັກ​ສາ​ມະ​ຫາ​ສະ​ໝຸດ​ຂອງ​ທົ່ວ​ໂລກ

ວັນທີ 9 ມິຖຸນາ ກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 (UNOC 3) ຖືກໄຂຂຶ້ນຢູ່ Nice, ຝລັ່ງ ແລະ ແກ່ຍາວຮອດວັນທີ 13 ມິຖຸນາ ດ້ວຍການເຂົ້າຮ່ວມຂອງປະມຸກລັດ ແລະ ລັດຖະບານຂອງເກືອບ 70 ປະເທດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມ, ເພື່ອແນໃສ່ຢັ້ງຢືນສານທີ່ວ່າ ຫວຽດນາມ ຍາມໃດກໍເປັນເຈົ້າການໃນການອະນຸລັກຮັກສາ ແລະ ນຳໃຊ້ທະເລ, ຊັບພະຍາກອນທະເລແບບຍືນຍົງ ແລະ ພ້ອມແລ້ວປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງສາກົນໃນຂົງເຂດນີ້.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນໃນເວທີປາໄສ (ພາບ:VGP)

ດ້ວຍຫົວຂໍ້ “ຍູ້ໄວການກະທຳ ແລະ ລະດົມທຸກຝ່າຍເຂົ້າຮ່ວມການອະນຸລັກຮັກສາ ແລະ ນຳໃຊ້ມະຫາສະໝຸດແບບຍືນຍົງ”, UNOC 3 ແມ່ນໂອກາດເພື່ອໃຫ້ບັນດາການນຳໂລກ ປຶກສາຫາລື ແລະ ຊອກຫາມາດຕະການ ກໍຄືບັນດາຄຳໝັ້ນສັນຍາສຳລັບບັນຫາອະນຸລັກຮັກສາທະເລໃນບັນດາທົດສະວັດຈະມາເຖິງ.

        ບັນດາຫົວຂໍ້ປຶກສາຫາລືຢູ່ກອງປະຊຸມແມ່ນເໝາະສົມກັບບັນດາການກຳນົດທິດສຳຄັນຂອງ ຫວຽດນາມ ກ່ຽວກັບການພັດທະນາເສດຖະກິດແບບຍືນຍົງ; ຊຸກຍູ້ການພົວພັນຮ່ວມມື, ຄູ່ຮ່ວມມືເພື່ອມະຫາສະໝຸດສີຂຽວ, ສັນຕິພາບ, ສະຖຽນລະພາບ, ຍືນຍົງ ແລະ ວັດທະນາຖາວອນ.

ພ້ອມກັນລົງທຶນສ້າງພື້ນຖານເສດຖະກິດມະຫາສະໝຸດຄືນໃໝ່

        ບັນດາເນື້ອໃນທີ່ໄດ້ນຳມາປຶກສາຫາລືໃນກອງປະຊຸມຄັ້ງນີ້ແມ່ນຫຼາກຫຼາຍ, ແມ່ນບັນດາບັນຫາເຊິ່ງປະຊາຄົມສາກົນພວມປະເຊີນໜ້າ ແລະ ຕ້ອງການຊຸກຍູ້ການຮ່ວມມືສາກົນ. ນັ້ນແມ່ນດຶງດູດ, ຫັນບັນດາແຫຼ່ງກຳລັງດ້ານການເງິນ, ວິທະຍາສາດ - ເຕັກໂນໂລຢີເປັນຫຼາຍຮູບຫຼາຍແບບ ເພື່ອສາມາດແກ້ໄຂບັນດາສິ່ງທ້າທາຍ ແລະ ຄຸ້ມຄອງທະເລຢ່າງມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດແກ່ການພັດທະນາຍາວນານ.

        ດັ່ງນັ້ນ, ເມື່ອເຂົ້າຮ່ວມ ແລະ ປະກອບສ່ວນເຂົ້າໃນ UNOC 3 ແມ່ນໂອກາດເພື່ອໃຫ້ ຫວຽດນາມ ແນະນຳບັນດາຜົນງານທີ່ບັນລຸໄດ້ໃນການປະຕິບັດບັນດາເປົ້າໝາຍພັດທະນາສະຫັດສະວັດຂອງ ສປຊ, ໂດຍສະເພາະແມ່ນໃນຂົງເຂດອະນຸລັກຮັກສາສິ່ງແວດລ້ອມທະເລ, ແລກປ່ຽນບົດຮຽນປະສົບການສາກົນ ແລະ ເພີ່ມທະວີການຮ່ວມມືກ່ຽວກັບວິທະຍາສາດເຕັກນິກ, ພາຫະນະອຸປະກອນ, ການເງິນໃຫ້ແກ່ການປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດທະເລ ຫວຽດນາມ.

        ບົນພື້ນຖານນັ້ນ, ເມື່ອເຂົ້າຮ່ວມ ແລະ ກ່າວຄຳເຫັນໃນວາລະປະຊຸມຄົບຄະນະຄັ້ງທີ 4 ເວທີປາໄສການເງິນ ແລະ ເສດຖະກິດສີຂຽວ ທີ່ດຳເນີນໃນວັນທີ 8 ມິຖຸນາ, ເຊິ່ງເປັນການເຄື່ອນໄຫວຈຸດສຸມໃນກ່ອນການດຳເນີນພິທີໄຂ UNOC 3, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ເພື່ອອະນຸລັກຮັກສາ ແລະ ພັດທະນາມະຫາສະໝຸດແບບຍືນຍົງນັ້ນ ບໍ່ສາມາດຂາດການຮ່ວມມືທົ່ວໂລກໄດ້:

        “ເພີ່ມທະວີການລົງທຶນຄົ້ນຄວ້າ, ພັດທະນາການໝູນໃຊ້ວິທະຍາສາດທະເລ; ຍູ້ແຮງການຖ່າຍທອດເຕັກໂນໂລຢີຮ່ວມມືຄົ້ນຄວ້າ, ແບ່ງປັນປະສົບການ; ຮ່ວມແຮງຮ່ວມໃຈສ້າງລະບົບຂໍ້ມູນ. ເພີ່ມທະວີການລະດົມໃຫ້ພັດທະນາເສດຖະກິດທະເລແບບຍືນຍົງຢ່າງມີປະສິດທິຜົນ. ສປຊ ເປັນໃຈກາງ, ກົດໝາຍສາກົນເປັນພື້ນຖານ, ການຮ່ວມມືສາກົນເປັນກຳລັງໜູນນຳໜ້າ”.

        ເມື່ອຊີ້ແຈ້ງສະພາບຕົວຈິງມະຫາສະໝຸດກວມເອົາ 70% ພື້ນຜິວໂລກ ແຕ່ປັດຈຸບັນ, ບັນຫາອະນຸລັກຮັກສາ, ນຳໃຊ້ມະຫາສະໝຸດແບບຍືນຍົງ ມີລະດັບການລົງທຶນຕ່ຳສຸດໃນ 17 ເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ, ທ່ານນາຍົກລັດຖະມົນຕີ ຖືວ່າ ຍິ່ງກວ່າເວລາໃດໝົດ, ບັນດາປະເທດຕ້ອງພະຍາຍາມຮ່ວມມືດ້ວຍວິທີການສຳຜັດທົ່ວປວງຊົນ, ຮອບດ້ານ ແລະ ທົ່ວໂລກ:

        “ເພີ່ມທະວີການເຊື່ອມຕໍ່ລະຫວ່າງທະວີບ, ລະຫວ່າງພາກພື້ນ, ລະຫວ່າງຊາດ ແລະ ຄຸ້ມຄອງມະຫາສະໝຸດສີຂຽວທົ່ວໂລກ. ລັດນຳພາ, ວິສາຫະກິດນຳໜ້າ, ປະຊາຊົນຮ່ວມເດີນທາງ. ອົງການຈັດຕັ້ງສາກົນສ້າງສາ ແລະ ບັນດາປະເທດພັດທະນາໜູນຊ່ວຍ, ສ້າງລະບົບນິເວດການເງິນມະຫາສະໝຸດສີຂຽວ. ຫວຽດນາມ ພ້ອມແລ້ວທີ່ຈະນຳໜ້າໃນການທົດລອງຮູບແບບນີ້”.

       ຫວຽດນາມ ໃຫ້ຄຳໝັ້ນສັນຍາເພື່ອມະຫາສະໝຸດສີຂຽວ

        ຫວຽດນາມ ແມ່ນປະເທດທີ່ມີຝັ່ງທະເລຍາວກວ່າ 3000 ກິໂລແມັດ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ນີ້ບໍ່ພຽງແຕ່ແມ່ນນິຍາມດ້ານພູມີສາດເທົ່ານັ້ນ ຫາກຍັງແມ່ນສີສັນວັດທະນະທຳ, ຈິດໃຈຂອງຊາດ ຫວຽດນາມ. ການພັດທະນາທະເລ, ເສດຖະກິດທະເລຢ່າງມີປະສິດທິຜົນ, ຍືນຍົງ ແມ່ນຄຳຮຽກຮ້ອງພາວະວິໄສ, ແມ່ນຄວາມຮຽກຮ້ອງທີ່ຈຳເປັນ, ແມ່ນການຄັດເລືອກຍຸດທະສາດເພື່ອໃຫ້ ຫວຽດນາມ ບືນຕົວອອກສູ່ນອກຝັ່ງທະເລ, ຫັນບັນດາເປົ້າໝາຍກາຍເປັນປະເທດທະເລເຂັ້ມແຂງ ແລະ ກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045 ໃຫ້ປະກົດຜົນເປັນຈິງ.

        ເພື່ອສ້າງຕັ້ງບັນດາການເຕີບໂຕທະເລສີຂຽວ, ເຊື່ອມຕໍ່ບັນດາສູນເສດຖະກິດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ກຽມພ້ອມເຂົ້າຮ່ວມ ແລະ ມີການປະກອບສ່ວນຢ່າງຕັ້ງໜ້າເພື່ອພັດທະນາຕາໜ່າງສຳຄັນນີ້ຢູ່ທະເລຕາເວັນອອກ, ເຂດທະເລຍຸດທະສາດຂອງໂລກ:

        “ແຕ່ລະປະເທດ, ແຕ່ລະຊາດ ເຖິງວ່າມີຄວາມແຕກຕ່າງກ່ຽວກັບກົນໄກ, ການເມືອງ, ລະດັບພັດທະນາເສດຖະກິດ, ວັດທະນະທຳ… ກໍຕາມ ແຕ່ພວກເຮົາມີພາລະກຳອັນດຽວກັນ, ພ້ອມກັນປົກປັກຮັກສາມະຫາສະໝຸດສີຂຽວເພື່ອປັດຈຸບັນ ແລະ ພາຍພາກໜ້າ. ໂດຍເປັນປະເທດມີທະເລ, ຫວຽດນາມ ໃຫ້ໝາຍໝັ້ນແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ພ້ອມແລ້ວຮ່ວມເດີນທາງໃນຄວາມພະຍາຍາມທົ່ວໂລກປົກປັກຮັກສາມະຫາສະໝຸດ, ແມ່ນຄູ່ຮ່ວມມືທີ່ຕັ້ງໜ້າກຽມພ້ອມເຂົ້າຮ່ວມນຳພາບັນດາກົນໄກຮ່ວມມືກ່ຽວກັບທະເລພັດທະນາສີຂຽວ, ຍືນຍົງ. ແມ່ນຄູ່ຮ່ວມມືທີ່ມີຄວາມຮັບຜິດຊອບ, ກຽມພ້ອມປະກອບສ່ວນເຂົ້າໃນບັນດາຂໍ້ລິເລີ່ມດ້ານການເງິນທະເລສີຂຽວຍຸຕິທຳ ແລະ ຍືນຍົງ”.

        ບົນເນື້ອໃຈຈິດໃຈດັ່ງກ່າວ, ການເຂົ້າຮ່ວມບັນດາການເຄື່ອນໄຫວຂອງ UNOC 3, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ສົ່ງສານ ແລະ ຄຳໝັ້ນສັນຍາຢ່າງແຮງກ່ຽວກັບປະເທດ ຫວຽດນາມ ຊຸກຍູ້ການຮ່ວມມືຫຼາຍຝ່າຍໃນການອະນຸລັກຮັກສາ ແລະ ພັດທະນາມະຫາສະໝຸດແບບຍືນຍົງ, ຕັ້ງໜ້າປະກອບສ່ວນຫຼາຍກວ່າອີກເຂົ້າໃນບັນດາບັນຫາທົ່ວໂລກ./.

(ແຫຼ່ງຄັດຈາກ VOV)

ຫຼາຍກວ່າ 99% ຄຳ​ເຫັນ​ໄດ້​ເຫັນ​ດີ​ຕໍ່​ຮ່າງ​ມະ​ຕິ​ວ່າ​ດ້ວຍ​ການ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາ​ດ​ຕາ​ຂອງລັດ​ຖະ​ທຳ​ມະ​ນູນ​ປີ 2013

ຫຼາຍກວ່າ 99% ຄຳ​ເຫັນ​ໄດ້​ເຫັນ​ດີ​ຕໍ່​ຮ່າງ​ມະ​ຕິ​ວ່າ​ດ້ວຍ​ການ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາ​ດ​ຕາ​ຂອງລັດ​ຖະ​ທຳ​ມະ​ນູນ​ປີ 2013

ຕອນບ່າຍວັນທີ 9 ມິຖຸນາ, ຢູ່ສະພາແຫ່ງຊາດ, ໄດ້ດຳເນີນກອງປະຊຸມຄັ້ງທີ 3 ຂອງ ຄະນະກຳມະການຮ່າງມະຕິວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປີ 2013.

Top