ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ 3 ແຂວງ ສັບຊ້ອນກົງຈັກການຈັດຕັ້ງຕາມຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ຮັບປະກັນບັນດາຫຼັກການກະທັດລັດ, ມີປະສິດທິພາບ, ປະສິດທິຜົນ, ຈະແຈ້ງ ແລະ ເຄື່ອນໄຫວຢ່າງລຸລ່ວງ; ສືບຕໍ່ປັບປຸງຍຸດທະສາດພັດທະນາເສດຖະກິດ - ສັງຄົມໂດຍສັງເຂດໃຫ້ແກ່ແຂວງໃໝ່ ໃຫ້ມີແບບມີແຜນ, ວິທະຍາສາດ, ມີວິໄສທັດໃນໄລຍະຍາວ.
ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານການເຮັດວຽກ
ຕອນເຊົ້າວັນທີ 10 ມິຖຸນາ, ຢູ່ນະຄອນ ຫວຽດຈີ່, ແຂວງ ຝູທໍ້ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ເປັນປະທານການເຮັດວຽກກັບຄະນະປະຈຳພັກແຂວງ ຝຸທໍ້, ຫວິງຝຸກ ແລະ ຮວ່າບິ່ງ ກ່ຽວກັບສະພາບການ ແລະ ຜົນການຜັນຂະຫຍາຍປະຕິບັດບັນດາມະຕິ, ບົດສະຫຼຸບຂອງສູນກາງ; ເລື່ອງສັບຊ້ອນກົງຈັກການຈັດຕັ້ງຂອງທ້ອງຖິ່ນ; ເລື່ອງການຊີ້ນຳປະຕິບັດໜ້າທີ່ເຕີບໂຕພັດທະນາເສດຖະກິດຢູ່ທ້ອງຖິ່ນ ແລະ ວຽກງານຊ່ວຍໜູນຊ່ວຍສັງຄົມ.
ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ 3 ແຂວງ ສັບຊ້ອນກົງຈັກການຈັດຕັ້ງຕາມຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ຮັບປະກັນບັນດາຫຼັກການກະທັດລັດ, ມີປະສິດທິພາບ, ປະສິດທິຜົນ, ຈະແຈ້ງ ແລະ ເຄື່ອນໄຫວຢ່າງລຸລ່ວງ; ສືບຕໍ່ປັບປຸງຍຸດທະສາດພັດທະນາເສດຖະກິດ - ສັງຄົມໂດຍສັງເຂດໃຫ້ແກ່ແຂວງໃໝ່ ໃຫ້ມີແບບມີແຜນ, ວິທະຍາສາດ, ມີວິໄສທັດໃນໄລຍະຍາວ.
ກ່ຽວກັບການຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກແຂວງໃໝ່ ແລະ ທຸກຂັ້ນທີ່ຂຶ້ນກັບ, ທ່ານເລຂາທິການໃຫຍ່ ໂຕເລີມ ເນັ້ນໜັກວ່າ:
“ຕ້ອງເອົາໃຈໃສ່ເປັນພິເສດເຖິງອົງປະກອບໃຫ້ມີຄວາມເໝາະສົມ, ມີລັກສະນະສືບທອດ ແລະ ປ່ຽນແປງໃໝ່, ຄວາມກົມກຽວລະຫວ່າງບັນດາເຂດ, ຊົນເຜົ່າ, ລຸ້ນຄົນ ແລະ ເພດໄວ ໃນການວາງແຜນບຸກຄະລາກອນ. ວິວັດການກະກຽມ ແລະ ຈັດຕັ້ງກອງປະຊຸມຕ້ອງຕິດພັນກັບວຽກງານແນວຄິດ, ໂຄສະນາ, ຂົນຂວາຍເພື່ອຍົກສູງສະຕິຄວາມຮັບຮູ້, ສ້າງຄວາມເຫັນດີເຫັນພ້ອມໃນທົ່ວອົງຄະນະພັກ ແລະ ລະບົບການເມືອງ, ປຸກລຸກນ້ຳໃຈຄວາມຮັບຜິດຊອບ, ຄວາມຄາດຫວັງອຸທິດສ່ວນ ແລະ ຄວາມຕັດສິນໃຈປ່ຽນແປງໃໝ່ໃນທົ່ວສັງຄົມ”.
(ແຫຼ່ງຄັດຈາກ VOV)