• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເຂົ້າ​ຮ່ວມ​ເຫ​ດ​ການ​ກ່ຽວ​ຂ້ອງ​ເຖິງ​ສັນ​ຍາ​ກ່ຽວ​ກັບ​ທະ​ເລ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບການນຳໂລກ ໄດ້ເຂົ້າຮ່ວມເຫດການພິເສດເພື່ອລະດົມກຳລັງໃຈ ແລະ ຊຸກຍູ້ວິວັດທະນາການລົງນາມໃນສັນຍາກ່ຽວກັບການອະນຸລັກຮັກສາ ແລະ ນຳໃຊ້ລະບົບຊີວະນາໆພັນທະເລແບບຍືນຍົງ ຢູ່ບໍລິເວນທະເລທີ່ບໍ່ຂຶ້ນກັບສິດອຳນາດແຫ່ງຊາດ (ເອີ້ນຫຍໍ້ວ່າ ສັນຍາກ່ຽວກັບທະເລ), ເຊິ່ງເປັນເອກະສານສຳຄັນທີ່ສຸດກ່ຽວກັບທະເລນັບແຕ່ຕົ້ນສະຕະວັດມາຮອດປັດຈຸບັນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ການນຳບັນດາປະເທດເຂົ້າຮ່ວມເຫດການ (ພາບ: TTXVN)

ວັນທີ 9 ມິຖຸນາ (ຕາມເວລາທ້ອງຖິ່ນ), ໃນຂອບເຂດກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3 (UNOC 3) ຢູ່ Nice, ສ.ຝລັ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບການນຳໂລກ ໄດ້ເຂົ້າຮ່ວມເຫດການພິເສດເພື່ອລະດົມກຳລັງໃຈ ແລະ ຊຸກຍູ້ວິວັດທະນາການລົງນາມໃນສັນຍາກ່ຽວກັບການອະນຸລັກຮັກສາ  ແລະ ນຳໃຊ້ລະບົບຊີວະນາໆພັນທະເລແບບຍືນຍົງ ຢູ່ບໍລິເວນທະເລທີ່ບໍ່ຂຶ້ນກັບສິດອຳນາດແຫ່ງຊາດ (ເອີ້ນຫຍໍ້ວ່າ ສັນຍາກ່ຽວກັບທະເລ), ເຊິ່ງເປັນເອກະສານສຳຄັນທີ່ສຸດກ່ຽວກັບທະເລນັບແຕ່ຕົ້ນສະຕະວັດມາຮອດປັດຈຸບັນ.

ໃນເຫດການນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ມອບເອກະສານໃຫ້ແກ່ຜູ້ຕາງໜ້າ ສປຊ; ພ້ອມທັງແຈ້ງໃຫ້ຊາບເລື່ອງລັດຖະບານ ຫວຽດນາມ ໃຫ້ສັດຕະຍາບັນສັນຍາກ່ຽວກັບທະເລ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດລົງນາມໃນສັນຍາສະບັບນີ້.

        ເລື່ອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວທີ່ມີຄວາມໝາຍ ກ່ຽວຂ້ອງເຖິງສັນຍາກ່ຽວກັບທະເລນີ້ ທັງສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ການກະທຳທີ່ມີຄວາມໝາຍຂອງລັດຖະບານ ຫວຽດນາມ ໃນຄວາມມານພະຍາຍາມລວມຂອງປະຊາຄົມສາກົນໃນການສ້າງມະຫາສະໝຸດສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ.

ວັນທີ 9 ມິຖຸນາ (ຕາມເວລາທ້ອງຖິ່ນ), ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 3 ຂອງ ສປຊ ກ່ຽວກັບມະຫາສະໝຸດ (UNOC 3) ຢູ່ Nice, ປະເທດ ຝລັ່ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບທ່ານ Suurangel Whipps Jr ປະທານາທິບໍດີ Palau ແລະ ທ່ານ Jeremiah Manele ນາຍົກລັດຖະມົນຕີ Solomon.

 

ຫວຽດນາມ ໃຫ້ຄຳໝັ້ນສັນຍາປົກປັກຮັກສາມະຫາສະໝຸດ ແລະ ລະບົບຊີວະພາບທະເລ

ຫວຽດນາມ ໃຫ້ຄຳໝັ້ນສັນຍາປົກປັກຮັກສາມະຫາສະໝຸດ ແລະ ລະບົບຊີວະພາບທະເລ

ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະພັດທະນາອາຊີບຫາປາແບບຍືນຍົງ, ສືບຕໍ່ຜັນຂະຫຍາຍບັນດາລາຍການໜູນຊ່ວຍຊາວປະມົງ.

Top