ທ່ານເລຂາທິການໃຫ່ຍໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງວຽກງານໂຄສະນາສຶກສາ ແລະ ຂົນຂວາຍ ປຊຊ ໃນສະພາບການໃໝ່.
ຕອນບ່າຍວັນທີ 11 ມິຖຸນາ, ທ່ານເລຂາທິການໃຫ່ຍ ໂຕເລິມ ໄດ້ໄປຢ້ຽມຢາມ ແລະ ເປັນປະທານການເຮັດວຽກກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍ ປຊຊ ສູນກາງ ກ່ຽວກັບສະພາບການປະຕິບັດໜ້າທີ່ພາຍຫຼັງການໂຮມສອງອົງການເຂົ້ານຳກັນ.
ທ່ານເລຂາທິການໃຫ່ຍໄດ້ຕີລາຄາສູງບັນດາໝາກຜົນທີ່ຮອບດ້ານພໍສົມຄວນຂອງຄະນະໂຄສະນາສຶກສາ ແລະ ຂົນຂວາຍ ປຊຊ ນັບແຕ່ວັນໂຮມເຂົ້ານຳກັນມາຮອດປະຈຸບັນ, ພົ້ນເດັ່ນແມ່ນໄດ້ຮັກສາຄວາມເປັນປົກກະຕິຢ່າງໄວວາ, ແຜ່ຂະຫຍາຍບັນດາລັດຖະນະໂຍບາຍຂອງພັກ ແລະ ລັດຢ່າງແຮງ ໄປຍັງໝູ່ມະຫາຊົນ, ລຸ້ນໜຸ່ມໃນທົ່ວປະເທດ. ທ່ານເລຂາທິການໃຫ່ຍໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງວຽກງານໂຄສະນາສຶກສາ ແລະ ຂົນຂວາຍ ປຊຊ ໃນສະພາບການໃໝ່ ພ້ອມທັງສະເໜີໃຫ້ທົ່ວຂະແໜງໂຄສະນາສຶກສາ ແລະ ຂົນຂວາຍ ປຊຊ ສືບຕໍ່ຄົ້ນຄ້ວາປ່ຽນໃໝ່ຈີນຕະນາການ ປະຕິບັດບາດກ້າວຫັນປ່ຽນຍຸດທະສາດ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການນັບມື້ນັບສູງກ່ວາ ໃນວິວັດການພັດທະນາຂອງປະເທດຊາດ.
(ແຫຼ່ງຄັດຈາກ VOV)