ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ໂຕ​ເລິມ ເຮັດ​ວຽກ​ກັບ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ ປ​ຊ​ຊ ສູນ​ກາງ

ທ່ານເລຂາທິການໃຫ່ຍໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງວຽກງານໂຄສະນາສຶກສາ ແລະ ຂົນຂວາຍ ປຊຊ ໃນສະພາບການໃໝ່.

ຕອນບ່າຍວັນທີ 11 ມິຖຸນາ, ທ່ານເລຂາທິການໃຫ່ຍ ໂຕເລິມ ໄດ້ໄປຢ້ຽມຢາມ ແລະ ເປັນປະທານການເຮັດວຽກກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍ ປຊຊ ສູນກາງ ກ່ຽວກັບສະພາບການປະຕິບັດໜ້າທີ່ພາຍຫຼັງການໂຮມສອງອົງການເຂົ້ານຳກັນ.

   ທ່ານເລຂາທິການໃຫ່ຍໄດ້ຕີລາຄາສູງບັນດາໝາກຜົນທີ່ຮອບດ້ານພໍສົມຄວນຂອງຄະນະໂຄສະນາສຶກສາ ແລະ ຂົນຂວາຍ ປຊຊ ນັບແຕ່ວັນໂຮມເຂົ້ານຳກັນມາຮອດປະຈຸບັນ, ພົ້ນເດັ່ນແມ່ນໄດ້ຮັກສາຄວາມເປັນປົກກະຕິຢ່າງໄວວາ, ແຜ່ຂະຫຍາຍບັນດາລັດຖະນະໂຍບາຍຂອງພັກ ແລະ ລັດຢ່າງແຮງ ໄປຍັງໝູ່ມະຫາຊົນ, ລຸ້ນໜຸ່ມໃນທົ່ວປະເທດ.    ທ່ານເລຂາທິການໃຫ່ຍໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງວຽກງານໂຄສະນາສຶກສາ ແລະ ຂົນຂວາຍ ປຊຊ ໃນສະພາບການໃໝ່ ພ້ອມທັງສະເໜີໃຫ້ທົ່ວຂະແໜງໂຄສະນາສຶກສາ ແລະ ຂົນຂວາຍ ປຊຊ ສືບຕໍ່ຄົ້ນຄ້ວາປ່ຽນໃໝ່ຈີນຕະນາການ ປະຕິບັດບາດກ້າວຫັນປ່ຽນຍຸດທະສາດ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການນັບມື້ນັບສູງກ່ວາ ໃນວິວັດການພັດທະນາຂອງປະເທດຊາດ.


top