ວັນທີ 12 ມິຖຸນາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ສ.ລິດວາ Gitanas Nauseda ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທ່ານ ເລຂາທິການໃຫຍ່ ໂຕເລິມ ໃຫ້ການຕ້ອນຮັບປະທານາທິບໍດີ ລິດວາ Gitanas Nauseda (ພາບ: TTXVN)
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ Gitanas Nauseda ໄດ້ແລກປ່ຽນບາງທິດທາງ, ມາດຕະການໃຫຍ່ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ລິດວາ ຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ແລະ ທຸກຂັ້ນ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດເສດຖະກິດ - ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ, ພະລັງງານ, ກະສິກຳ, ແຮງງານ… ການນຳສອງທ່ານໄດ້ຢັ້ງຢືນລະດັບຄວາມສຳຄັນຂອງການເພີ່ມທະວີການແລກປ່ຽນ, ຮ່ວມມືກ່ຽວກັບການສຶກສາ, ວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ, ຜ່ານນັ້ນຮັດແໜ້ນນ້ຳໃຈມິດຕະພາບ ລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກ.
ທ່ານເລຂາທິການໃຫຍ່ ໂຕເລິມ ສະແດງຄວາມຂອບອົກຂອບໃຈ ແລະ ສະເໜີ ອຳນາດການປົກຄອງລິດວາສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ດຳລົງຊີວິດ ແລະ ເຮັດວຽກຢ່າງເປັນປົກກະຕິ ແລະ ຮ່ຳຮຽນທີ່ເປັນປົກກະຕິຢູ່ລິດວາ, ເພີ່ມທະວີການບຳລຸງສ້າງນັກສຶກສາ ຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດທີ່ລິດວາມີ ທ່າແຮງ.
(ແຫຼ່ງຄັດຈາກ VOV)