• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ລົງ​ຢ້​ຽມ​ຢາມ​ບໍ​ລິ​ສັດ​ໃຫຍ່ ທາງ​ລົດ​ໄຟ​ແຫ່ງ​ຊາດ ຝ​ລັ່ງ

ຕອນບ່າຍວັນທີ 11 ມິຖຸນາ, ໃນລາຍການເຄື່ອນໄຫວສອງຝ່າຍຢູ່ຝລັ່ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ, ເຮັດວຽກຢູ່ບໍລິສັດໃຫຍ່ ທາງລົດໄຟແຫ່ງຊາດ ຝລັ່ງ (SNCF).
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ, ເຮັດວຽກຢູ່ບໍລິສັດໃຫຍ່ ທາງລົດໄຟແຫ່ງຊາດ ຝລັ່ງ (SNCF) (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ບັນດາສະມາຊິກງຄະນະປະຕິບັດງານໄດ້ສະຫງວນ ເວລາຫຼາຍເພື່ອຊອກຮູ້ກ່ຽວກັບຮູບແບບ, ວິທີການ, ບົດຮຽນປະສົບການໃນການລົງທຶນ, ກໍ່ສ້າງ, ເຄື່ອນໄຫວບັນດາໂຄງການທາງລົດໄຟເຊິ່ງ SNCF ປະຕິບັດຢູ່ບັນດາປະເທດ, ພິເສດແມ່ນທາງລົດໄຟຄວາມໄວສູງ. ທ່ານນາຍົກລັດຖະມົນຕີ ສະເໜີຝ່າຍຝລັ່ງ ແລະ SNCF ເວົ້າສະເພາະ ສືບຕໍ່ຮ່ວມມື, ຜັນຂະຫຍາຍບົດບັນທຶກຊ່ວຍຈຳທີ່ໄດ້ຮັບການລົງນາມກັບກະຊວງກໍ່ສ້າງຢ່າງມີປະສິດທິຜົນ, ແບ່ງປັນບົດຮຽນປະສົບການ, ຖ່າຍທອດເຕັກໂນໂລຢີ, ໜູນຊ່ວຍແຫຼ່ງເງິນທຶນ, ບຳລຸງສ້າງຊັບພະຍາກອນມະນຸດ, ປະກອບສ່ວນກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳທາງລົດໄຟຢູ່ ຫວຽດນາມ. ກ່ອນໜ້ານັ້ນ, ໃນຕ່ອນບ່າຍວັນທີ 11 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມາຢ້ຽມຢາມຫໍພິພິທະພັນ Quai Branly - Jacques Chirac, ໜຶ່ງໃນບັນດາຫໍພິພິທະພັນທີ່ມີຊື່ສຽງທີ່ສຸດຢູ່ນະຄອນຫຼວງ ປາຣີ ເຊິ່ງແມ່ນສະຖານທີ່ວາງສະແດງວັດຖຸອຸປະກອນ9.500 ຢ່າງກ່ຽວກັບພື້ນຖານສີວິໄລ ແລະ ສິລະປະຂອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ປະ​ທ​າ​ນາ​ທິ​ບໍ​ດີ ລິດ​ວາ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ປະ​ທ​າ​ນາ​ທິ​ບໍ​ດີ ລິດ​ວາ

ວັນທີ 12 ມິຖຸນາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ສ.ລິດວາ Gitanas Nauseda ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

Top