• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢູ່ ຝລັ່ງ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະເໜີໃຫ້ສະພາສູງ ຝລັ່ງ ເພີ່ມທະວີການຮ່ວມມືກັບສະພາແຫ່ງຊາດ ຫວຽດນາມ ໃນການສ້າງເງື່ອນໄຂໃຫ້ສັດຕະຍາບັນບັນດາຂໍ້ຕົກລົງຮ່ວມມື.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ພົບປະເຈລະຈາກັບທ່ານປະທານສະພາສູງ ຝລັ່ງ Gérard Larcher (ພາບ: VGP)

ຕອນບ່າຍວັນທີ 10 ມິຖຸນາ, ທີ່ການພົບປະເຈລະຈາກັບທ່ານປະທານສະພາສູງ ຝລັ່ງ Gérard Larcher, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະເໜີໃຫ້ສະພາສູງ ຝລັ່ງ ເພີ່ມທະວີການຮ່ວມມືກັບສະພາແຫ່ງຊາດ ຫວຽດນາມ ໃນການສ້າງເງື່ອນໄຂໃຫ້ສັດຕະຍາບັນບັນດາຂໍ້ຕົກລົງຮ່ວມມື, ກໍຄືເພີ່ມທະວີການສົມທົບກັນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສລັດຖະສະພາພາກພື້ນ ແລະ ໃນໂລກ. ທ່ານສະເໜີໃຫ້ ຝລັ່ງ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ອີຢູ - ຫວຽດນາມ (EVIPA). 2 ຝ່າຍເຫັນດີຍູ້ແຮງການພົວພັນດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ໃນນັ້ນມີການຮັກສາສັນຕິພາບ, ກູ້ໄພກູ້ຊີບ, ວິທະຍາສາດ - ເຕັກໂນໂລຊີ, ພະລັງງານ, ຄົມມະນາຄົມຂົນສົ່ງ, ເພີ່ມທະວີການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ສາທາລະນະສຸກ, ໂດຍສະເພາະແມ່ນການຜະລິດວັກຊິນ.

        ຕອນບ່າຍວັນດຽວກັນ, ທີ່ການພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ ຝລັ່ງ Yael Braun-Pivet, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສະພາແຫ່ງຊາດ ຝລັ່ງ ສະໜັບສະໜູນລັດຖະບານຜັນຂະຫຍາຍບັນດາເນື້ອໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງລະອຽດ, ມີບັນດາໂຄງການຖືລັກສະນະເປັນສັນຍາລັກ, ຄື: ກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານໃໝ່, ການສຶກສາ - ບຳລຸງສ້າງ, ວັດທະນະທຳ - ສິລະປະ…

ທີ່ການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຝລັ່ງ Francois Bayrou, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, ການຮ່ວມມືພັດທະນາລະຫວ່າງ 2 ປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ໂດຍສະເພາະແມ່ນໃນຂົງເຂດຮ່ວມມືທີ່ ຝລັ່ງ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ, ຄື: ການບິນອະວະກາດ, ຄົມມະນາຄົມເຂດຕົວເມືອງ, ພະລັງງານນິວເຄຼຍ, ເຕັກໂນໂລຊີຜະລິດ… ສິ້ນສຸດການພົບປະເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມ ແລະ ມອບບົດບັນທຶກຊ່ວຍຈຳກ່ຽວກັບການຄຸ້ມຄອງແຫຼ່ງຊັບພະຍາກອນແຮ່ທາດແບບຍືນຍົງ ແລະ ເພີ່ມທະວີຄວາມຮູ້ດ້ານທໍລະນີໃຫ້ແກ່ການຫັນປ່ຽນພະລັງງານ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ປະ​ທ​າ​ນາ​ທິ​ບໍ​ດີ ລິດ​ວາ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ປະ​ທ​າ​ນາ​ທິ​ບໍ​ດີ ລິດ​ວາ

ວັນທີ 12 ມິຖຸນາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ສ.ລິດວາ Gitanas Nauseda ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

Top