• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການໄປທ່ອງທ່ຽວດ້ວຍລົດໄຟພວມກາຍເປັນທ່າອ່ຽງທີ່ແຂກທ່ອງທ່ຽວຫຼາຍຄົນນິຍົມ

ເມື່ອໄປທ່ອງທ່ຽວດ້ວຍລົດໄຟ, ແຂກທ່ອງທ່ຽວສາມາດຮັບຊົມທິວທັດທຳມະຊາດຢູ່ລຽບຕາມເສັ້ນທາງ, ຖ່າຍຮູບຢ່າງມີຊີວິດຊີວາ.
(ພາບປະກອບ: VGP)

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ (VOV5) ໄດ້ຮັບຈົດໝາຍ, ອີເມວ 418 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 25 ສະບັບຈາກທ່ານຜູ້ຟັງລາວ.

ເພື່ອນ ຈັນແສງ ພິມມະວົງ, ຢູ່ເມືອງ ສິງ, ແຂວງ ຫຼວງນ້ຳທາ ໄດ້ສົ່ງອີເມວມາຫາລາຍການ, ໃຫ້ຮູ້ວ່າ: “ຫວ່າງມໍ່ໆມານີ້, ຂ້າພະເຈົ້າໄດ້ຮັບຟັງລາຍການພາກພາສາ ລາວ ຂອງວິທະຍຸກະຈາຍສຽງ ຫວຽດນາມ ຜ່ານເວັບໄຊເປັນປະຈຳ. ນອກຈາກບັນດາລາຍການກະຈາຍສຽງມີຄຸນນະພາບສູງ, ຂ້າພະເຈົ້າຍັງອ່ານຂ່າວ/ບົດກ່ຽວກັບຮີດຄອງປະເພນີ, ບົດຂຽນແນະນຳກ່ຽວກັບ ຫວຽດນາມ. ຂ້າພະເຈົ້າຫວັງວ່າ, ຈະມີຂໍ້ມູນກ່ຽວກັບດ້ານວັດທະນະທຳ, ຮີດຄອງປະເພນີ, ຂໍ້ມູນດ້ານການທ່ອງທ່ຽວ... ຂອງ ຫວຽດນາມ ຫຼາຍກວ່າອີກ”.

ເພື່ອນ Deepika (ອິນເດຍ) ໄດ້ສົ່ງບົດເຂົ້າຮ່ວມການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025”, ມີຕອນຂຽນວ່າ: “ໂດຍແມ່ນນັກກະວີຜູ້ໜຶ່ງທີ່ມີອາຍຸ 15 ປີມາຈາກ ອິນເດຍ, ຂ້າພະເຈົ້າບໍ່ເຄີຍໄປ ຫວຽດນາມ ຈັກເທື່ອ. ຜ່ານສຽງອ່ານທາງ VOV, ຜ່ານບັນດາເລື່ອງລາວທີ່ຂ້າພະເຈົ້ານຶກຄິດອອກມາ ຂ້າພະເຈົ້າກໍ່ຮູ້ສຶກໄດ້ເຖິງປະເທດ ຫວຽດນາມ. ຂ້າພະເຈົ້າຫວັງວ່າ, ໃນມື້ໃດມື້ໜຶ່ງ, ຂ້າພະເຈົ້າຈະໄດ້ໄປຢ້ຽມຢາມ ໂຮ້ຍອານ ຫຼື ໄປທ່ຽວຢູ່ອ່າວ ຮະລອງ. ແຕ່ໃນຈຸດເວລານີ້, ຜ່ານການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ, ຂ້າພະເຈົ້າຮູ້ສຶກໄດ້ຫຍັບເຂົ້າມາໃກ້ກັບຄວາມຝັນນັ້ນອີກຂັ້ນໜຶ່ງ. ຂໍຂອບໃຈວິທະຍຸກະຈາຍສຽງ ຫວຽດນາມ ທີ່ໄດ້ໃຫ້ໂອກາດເພື່ອໃຫ້ພວກຂ້າພະເຈົ້າແບ່ງປັນອາລົມຈິດຄວາມຮັກແພງຕໍ່ປະເທດທີ່ພວກຂ້າພະເຈົ້ານິຍົມນັບຖື”.

ທ່ານຜູ້ຟັງທີ່ເຄົາລົບ, ໄລ່ຮອດວັນທີ 06 ມິຖຸນາ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບ 100 ບົດເຂົ້າຮ່ວມການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ. ບັນດາລາຍການ ຄື: ແອັດສະບາຍ, ຝລັ່ງ, ຈີນ, ອັງກິດ, ອິນໂດເນເຊຍ… ສືບຕໍ່ໄດ້ຮັບບົດສົ່ງເຂົ້າຮ່ວມການເສັງ. ໃນນັ້ນ, ບັນດາທ່ານຜູ້ຟັງ Borneo Listeners Club Indonesia ໄດ້ສົ່ງບົດມາຫຼາຍທີ່ສຸດ, ລວມມີ 17 ບົດ. ຫວັງວ່າ, ໃນໄລຍະຈະມາເຖິງຈະສືບຕໍ່ໄດ້ຮັບບັນດາບົດຂຽນຂອງທ່ານຜູ້ຟັງທີ່ເຂົ້າຮ່ວມການເສັງຕື່ມອີກ.

ເພື່ອນ ຈັນສີ, ນັກສຶກສາປີທີ 1, ໂຮງຮຽນຄົມມະນາຄົມຂົນສົ່ງ ຮ່າໂນ້ຍ, ໄດ້ໂທລະສັບມາຫາລາຍການຢາກຊອກຮູ້ກ່ຽວກັບການໄປທ່ອງທ່ຽວດ້ວຍທາງລົດໄຟຢູ່ ຫວຽດນາມ.

ເພື່ອນ ຈັນສີ ທີ່ຮັກແພງ, ການໄປທ່ອງທ່ຽວດ້ວຍລົດໄຟພວມກາຍເປັນທ່າອ່ຽງທີ່ແຂກທ່ອງທ່ຽວຫຼາຍຄົນນິຍົມ, ພິເສດແມ່ນບັນດາຜູ້ຢາກຊົມທິວທັດທຳມະຊາດຢູ່ລຽບຕາມເສັ້ນທາງລົດໄຟ. ບັນດາຈຸດເດັ່ນຂອງການໄປທ່ອງທ່ຽວດ້ວຍລົດໄຟ ແມ່ນ: ມີຄວາມປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ, ລາຄາເໝາະສົມ, ນຳມາເຊິ່ງການລົງຕົວຈິງຫຼາຍຢ່າງ. ເມື່ອໄປທ່ອງທ່ຽວດ້ວຍລົດໄຟ, ແຂກທ່ອງທ່ຽວສາມາດຮັບຊົມທິວທັດທຳມະຊາດຢູ່ລຽບຕາມເສັ້ນທາງ, ຖ່າຍຮູບຢ່າງມີຊີວິດຊີວາ ແລະ ຮັກສາບັນດາຄວາມຊົງຈຳທີ່ໜ້າຈື່ຈຳ. ທາງລາຍການຂໍແນະນຳສາຍທາງລົດໄຟຈຳນວນໜຶ່ງເພື່ອໃຫ້ເພື່ອນໄດ້ຮູ້ຕື່ມ:

-     ເສັ້ນທາງ ຮ່າໂນ້ຍ - ລາວກາຍ: ແຂກທ່ອງທ່ຽວສາມາດຮັບຊົມຄວາມງາມຂອງເຂດພູຜາ ແລະ ບັນດາໝູ່ບ້ານທີ່ສະຫງົບງຽບຢູ່ລຽບຕາມເສັ້ນທາງລົດໄຟ.

-  ເສັ້ນທາງ ດ່ານັ້ງ - ເຫ້ວ: ເສັ້ນທາງນີ້ນຳມາເຊິ່ງການລົງຕົວຈິງທີ່ເປັນເອກະລັກສະເພາະ ດ້ວຍທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ.

-     ເສັ້ນທາງ ຮ່າໂນ້ຍ - ຈ້າຍມາດ: ທາງລົດໄຟຈະໄປຜ່ານບັນດາເຂດປ່າແປກທີ່ຂຽວອຸ່ມທຸ່ມ ແລະ ບັນດາໂນນພູງາມດັ່ງໃນຝັນ.

ເພື່ອນ ສຸລິວົງ, ຢູ່ແຂວງ ຫຼວງພະບາງ ໄດ້ສົ່ງອີເມວມາຫາລາຍການຢາກຊອກຮູ້ວ່າ, ຊາວ ຫວຽດນາມ ກິນເຈບໍ່, ຮ້ານອາຫານເຈມີຫຼາຍເຍື່ອງບໍ່?

        ເພື່ອນ ສຸລິວົງ ທີ່ຮັກແພງ, ປະຈຸບັນ, ດ້ວຍບັນດາຜົນປະທີ່ດີຕໍ່ດ້ານສຸຂະພາບ ແລະ ສິ່ງແວດລ້ອມ, ການກິນເຈພວມຄ່ອຍໆກາຍເປັນທາງເລືອກຂອງຫຼາຍຄົນໃນທົ່ວໂລກ ແລະ ຢູ່ ຫວຽດນາມ ກໍ່ເຊັ່ນດຽວກັນ. ຫວຽດນາມ ພວມແມ່ນປະເທດມີອັດຕາຜູ້ກິນເຈເພີ່ມຂຶ້ນຢ່າງສູງຢູ່ເຂດ ອາຊີ, ພິເສດແມ່ນຢູ່ບັນດານະຄອນໃຫຍ່, ຄື: ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ດ່ານັ້ງ... ຕາມການສະຖິຕິຈາກ Euromonitor International (ກຸ່ມບໍລິສັດໄຈ້ແຍກຕະຫຼາດແຖວໜ້າໂລກ, ສະໜອງຂໍ້ມູນ, ໄຈ້ແຍກຕະຫຼາດ, ຂະແໜງອຸດສາຫະກຳ, ພື້ນຖານເສດຖະກິດ ແລະ ຜູ້ບໍລິໂພກ - ມີສຳນັກງານຕັ້ງຢູ່ ອັງກິດ) ແລ້ວ, ປະຈຸບັນມີຜູ້ກິນເຈປະມານ 7,5 ລ້ານຄົນຢູ່ ຫວຽດນາມ, ກວມເອົາ 8% ຈຳນວນພົນລະເມືອງຂອງ ຫວຽດນາມ. ເພື່ອນສາມາດຊອກເຫັນບັນດາຮ້ານຂາຍອາຫານເຈຢູ່ບັນດາແຂວງ, ນະຄອນໃຫຍ່, ຄື: ຮ່າໂນ້ຍ, ຫາຍຟ່ອງ, ກວາງນິງ, ດ່ານັ້ງ, ນະຄອນໂຮ່ຈີມິນ… ບັນດາອາຫານເຈກໍ່ອຸດົມສົມບູນມີນັບຮ້ອຍເຍື່ອງ, ໄດ້ປຸງແຕ່ງດ້ວຍຫຼາຍລົດຊາດທີ່ແຕກຕ່າງກັນ. ມີອາຫານເຈແບບງ່າຍໆຈຳນວນໜຶ່ງທີ່ຫຼາຍຄົນສາມາດປຸງແຕ່ງປະຈຳວັນ, ຄື: ເຕົາຮູ້ຊ໋ອດໝາກເລັ່ນ, ຢໍ່ຈືນເຈ, ເຂົ້າຜັດເຫັດ, ແກງຜັກສົ້ມ...

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ປະ​ທ​າ​ນາ​ທິ​ບໍ​ດີ ລິດ​ວາ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ປະ​ທ​າ​ນາ​ທິ​ບໍ​ດີ ລິດ​ວາ

ວັນທີ 12 ມິຖຸນາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ສ.ລິດວາ Gitanas Nauseda ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

Top