• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

5 ປີ ສັນ​ຍາ EVFTA - ກຳ​ນົດ​ທິດ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ໄລ​ຍະ​ໃໝ່

ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) ມີຜົນສັກສິດແຕ່ເດືອນສິງຫາ 2020. ພາຍຫຼັງ ການຜັນຂະຫຍາຍມາເປັນ 5 ປີ, EVFTA ບໍ່ພຽງແຕ່ຢັ້ງຢືນຄວາມໄວ້ເນື້ອເຊື່ອໃຈຍຸດທະສາດລະຫວ່າງ ຫວຽດນາມ ແລະ EU ເທົ່ານັ້ນ, ຫາກຍັງແມ່ນເຄື່ອງມືສຳຄັນເພື່ອເຊື່ອມຕໍ່ສອງທະວີບ, ຊຸກຍູ້ການພົວພັນທາງການຄ້າລະຫວ່າງສອງຝ່າຍຢ່າງແຮງອີກດ້ວຍ. ຫວນຄືນໄລຍະທາງຜ່ານມາ, ສອງຝ່າຍໄດ້ຕັ້ງໜ້າສົມທົບກັນເພື່ອກຳນົດທິດການຮ່ວມມືຍຸດທະສາດ ໃນສະພາບການໃໝ່.
ບັນດາຜູ້ແທນ ຊອກຫາກ່ຽວກັບບັນດາຜະລິດຕະພັນ OCOP ຂອງ ຫວຽດນາມ (ພາບ: TTXVN)

5 ປີຜ່ານມາ, EVFTA ໄດ້ພິສູດໃຫ້ເຫັນບົດບາດແມ່ນເຄື່ອງມືຮ່ວມມືເສດຖະກິດສຳຄັນ, ເປັນຕົ້ນແມ່ນໃນສະພາບການໂລກຕ້ອງປະເຊີນໜ້າກັບການຜັນແປໃຫຍ່ຫຼາຍຢ່າງພາຍຫຼັງສັນຍາມີຜົນສັກສິດຄື: ໂລກລະບາດ ໂຄວິດ - 19, ຄວາມເຄັງຕຶ່ງດ້ານການເມືອງເພື່ມຂຶ້ນ. EVFTA ບໍ່ພຽງແຕ່ຊຸກຍູ້ການພົວພັນທາງການທູດ - ການລົງທຶນລະຫວ່າງ ຫວຽດນາມ - EU ຢ່າງແຮງເທົ່ານັ້ນ, ຫາກຍັງປະກອບສວ່ນຫຼຸດຜ່ອນການຂາດວັກຂາດຕອນຂອງລະບົບສະໜອງທົ່ວໂລກອີກດ້ວຍ. ເຖິງຢ່າງໃດກໍຕາມ, ຄວາມສາມາດບົ່ມຊ້ອນໃນການຂຸດຄົ້ນ EVFTA ຍັງໃຫຍ່ຫຼວງຢູ່ ແລະ ສອງຝ່າຍໄດ້ເຫັນດີເປັນເອກະພາບຕ້ອງສືບຕໍ່ເສີມຂະຫຍາຍຢ່າງມີປະສິດທິຜົນສູງ.

ກຳລັງໜູນໃໝ່ໃຫ້ແກ່ການຄ້າ ຫວຽດນາມ - EU

ຍອດວົງເງິນການຄ້າ ຫວຽດນາມ - EU ໃນ 5 ປີຜ່ານມາມີການເຕີບໂຕຢູ່ລະດັບ 12 – 15%/ປີ. ການສົ່ງອອກໄປຍັງ EU ຂອງ ຫວຽດນາມ ມີລະດັບກະໂດດຂັ້ນຢ່າງແຮງ. ກົງກັນຂ້າມ, ຍ້ອນມີ EVFTA, ບັນດາວິສາຫະກິດ ເອີລົບ ກໍ່ໄດ້ຮັບຜົນປະໂຫຍດຫຼາຍພໍສົມຄວນ. ຕາມໝາກຜົນຂອງການສຳຫຼວດດັດຊະນີຄວາມໄວ້ເນື້ອເຊື່ອໃຈ ດຳເນີນທຸລະກິດ (BCI) ຂອງສະມາຄົມວິສາຫະກິດເອີລົບ ຢູ່ຫວຽດນາມ(EuroCham)  ຫວ່າງແລ້ວນີ້, ມີ ວິສາຫະກິດ EU 58% ຕີລາຄາມີຄວາມປະເອີບໃຈພໍສົມຄວນ, 17% ເວົ້າວ່າ ມີຄວາມປະເອີບໃຈຕໍ່ແງ່ຫວັງດຳເນີນທຸລະກິດຢູ່ ຫວຽດນາມ ໃນ 5 ປີຈະມາເຖິງ. ຢູ່ກອງປະຊຸມສຳມະນາ, ສັນຍາ EVFTA: ໝາກຜົນແຫ່ງການຜັນຂະຫຍາຍ 5 ປີຜ່ານມາແລະ ທິດທາງປະຕິບັດຢ່າງມີປະສິດທິຜົນໃນສະພາບການໃໝ່”, ທີ່ຈັດຂຶ້ນຢູ່ແບນຊິກໃນວັນທີ 6 ມິຖຸນາຜ່ານມາ, ທ່ານນາງ Lin Goethals ຫົວໜ້າສະຖາບັນ ຄົ້ນຄ້ວາເອີລົບ ກ່ຽວກັບອາຊີ ໃຫ້ຂໍ້ສັງເກດວ່າ:

ສັນຍາການຄ້າເສີລີ EVFTA ໄດ້ຊ່ວຍຊຸກຍູ້ຍູ້ແຮງບັນດາການພົວພັນທາງການຄ້າສອງຝ່າຍ. ເຖິງວ່າຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງທີ່ຍັງບໍ່ທັນຂຸດຄົ້ນໄດ້ກໍຕາມ ແຕ່ບັນດາຕົວເລກສະຖິຕິກ່ຽວກັບການເຕີບໂຕນີ້ແມ່ນສິ່ງພິສູດໃຫ້ເຫັນຢ່າງຈະແຈ້ງທີ່ສຸດ.

ບໍ່ພຽງແຕ່ແມ່ນຄູ່ຮ່ວມມືສວມບົດບາດໃຈກາງຂອງກັນ ໃນຍຸດທະສາດພາກພື້ນ, EU ນັບມື້ນັບຕີລາຄາສູງບົດບາດຂອງ ຫວຽດນາມ ໃນຍຸດທະສາດຢູ່ພາກກພື້ນຂອງ ຕົນ. ທີ່ຕັ້ງຂອງ ຫວຽດນາມ ຢູ່ ອາຊຽນ ໄດ້ຮັບຖືວ່າແມ່ນທ່າໄດ້ປຽບໃຫຍ່ ໃຫ້ແກ່ບັນດາວິສາຫະກິດ ເອີລົບເມື່ອສິນຄ້າຂອງ EU ແຊກຊືມເຂົ້າຕະຫຼາດອາຊີສຳຄັນຢ່າງງ່າຍດາຍ, ດ້ວຍກຳລັງບໍລິໂພກທີ່ໃຫຍ່ຫຼວງຄື: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ບັນດາປະເທດ ສະມາຊິກ ອາຊຽນ. ທ່ານ ຫງວຽນວັນຖາວ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ ແລະ EU ຖືວ່າ:

ຂ້າພະເຈົ້າຖືວ່າ ນີ້ແມ່ນຈຸດເວລາເຊິ່ງສອງຝ່າຍຈະພົບປະກັນກ່ຽວກັບບັນຫາຄວາມຕ້ອງການ, 5 ປີຜ່ານມາ ກໍ່ໃຫ້ EU ການລົງພຶດຕິກຳຕົວຈິງທີ່ຈະແຈ້ງວ່າ EU ກໍ່ຕ້ອງຍາດແຍ່ງບັນດາປະສິດທິຜົນເຊິ່ງ EVFTA ນຳມາໃຫ້, ພິເສດແມ່ນບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ.

ຫັນຂົງເຂດຮ່ວມມືເປັນຫຼາຍຮູບຫຼາຍແບບ

ໃນສະພາບການໃໝ່, ຫວຽດນາມ ແລະ EU ພວມມີຫຼາຍປັດໄຈເພື່ອເພີ່ມທະວີການຄ້າ ແລະ ການລົງທຶນ. ນັ້ນແມ່ນສ້າງໂຄງປະກອບເສດຖະກິດຂອງທັງສອງຝ່າຍທີ່ມີລັກສະນະໜູນຊ່ວຍກັນ ແທນທີ່ແກ້ງແຍ້ງກັນ, ພິເສດແມ່ນໃນສະພາບການທົ່ວໂລກພວມຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ. ທັງ ຫວຽດນາມ ແລະ EU ລ້ວນແຕ່ມີຄວາມເຫັນດີເຫັນພ້ອມໃນການສະໜັບສະໜູນລະບົບການຄ້າຫຼາຍຝ່າຍໂດຍອີງຕາມກົດໝາຍ, ຮັບປະກັນຄວາມສະເໝີພາບ, ຄວາມໂປງໄສ ແລະ ຍືນຍົງ. ສຳຄັນກ່ວານັ້ນ, ທັງສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາຢ່າງແຮງຕໍ່ການພົວພັນສອງຝ່າຍ.

ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ພວມມີການປະຕິຮູບຢ່າງແຮງກ່ຽວກັບລະບອບລະບຽບການ, ພັດທະນາພື້ນຖານໂຄງລ່າງ ແລະ ແຫຼ່ງຊັບພະຍາກອນມະນຸດ, ຊ່ວຍຍົກສູງຄວາມສາມາດໃນການແກ້ງແຍ້ງ ແລະ ສະພາບການແຫ່ງການລົງທຶນ, ຊຸກຍູ້ກຳລັງໜູນການເຕີບໂຕໃໝ່, ສຸມໃສ່ເຂົ້າບັນດາຂົງເຂດວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ. ນີ້ແມ່ນບັນດາຂົງເຂດເຊິ່ງ EU ອາດຈະເປັນທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການພັດທະນາໂດຍດ່ວນ. ທ່ານ Luliu Winkler ກຳມາທິການການຄ້າ ສາກົນ(INTA),  ລັດຖະສະພາ ເອີລົບ ຖືວ່າ:

ນອກຈາກບັນດາຂະແໜງຄືກະສິກຳ, ສິນເຊື່ອ, ເຄື່ອງດື່ມແລ້ວ ກໍ່ຍັງມີຫຼາຍຂົງເຂດທີ່ມີຄຄວາມສາມາດບົ່ມຊ້ອນອື່ນໆສຳລັບວິສາຫະກິດສອງຝ່າຍ. ດັ່ງນັ້ນ, ຂ້າພະເຈົ້າ ມຸ່ງຫວັງວ່າ EVFTA ຈະນຳມາເຊິ່ງຫຼາຍໂອກາດກ່າວອີກ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ ຫວຽດນາມ, EU. 

ບັນດາການປະຕິຮູບລະບອບລະບຽບການຢ່າງເລິກເຊິ່ງກ້ວາງຂວາງ ທີ່ລັກສະນະບຸກທະລຸຂອງຫວຽດນາມ ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ບັນດານັກລົງທຶນ EU. ທ່ານ Frederic Hai Au Nguyen ກຸ່ມບໍລິສັດ ເຄື່ອນໄຫວໃນຂົງເຂດພະລັງງານ ສະແດງວ່າ:

ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ພັດທະນາຢ່າງແຮງກ່ວາອີກ. ພວກເຮົາບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າທີ່ສຸດພາຍຫຼັງ 5 ປີແຫ່ງການຮ່ວມມືນັບແຕ່ເວລາ EVFTA ໄດ້ຮັບການລົງນາມ ແລະ ມີຜົນສັກສິດ, ແລະ ແນ່ນອນວ່າ ມີຄວາມສາມາດບົ່ມຊ້ອນ ແລະ ໂອກາດຮ່ວມມືຫຼາຍຢ່າງ.

ດ້ວຍປະສິດທິຜົນຢ່າງຈະແຈ້ງພາຍຫຼັງ 5 ປີແຫ່ງການປະຕິບັດ EVFTA ສືບຕໍ່ແມ່ນກຳລັງໜູນສຳຄັນຊຸກຍູ້ການພົວພັນເສດຖະກິດ - ການຄ້າສອງຝ່າຍພັດທະນາຢ່າງແທ້ຈິງ, ດຸ່ນດ່ຽງ ແລະ ຍືນຍົງໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ປະ​ທ​າ​ນາ​ທິ​ບໍ​ດີ ລິດ​ວາ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ປະ​ທ​າ​ນາ​ທິ​ບໍ​ດີ ລິດ​ວາ

ວັນທີ 12 ມິຖຸນາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ສ.ລິດວາ Gitanas Nauseda ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

Top