ໃນທຸກໄລຍະພັດທະນາຂອງປະເທດຊາດ, ໝູ່ບ້ານອາຊີບ ຍາມໃດກໍຮັບປະກັນຊີວິດແບບຍືນຍົງ, ແມ່ນເສົາຄ້ຳທີ່ສຳຄັນ, ໃກ້ຊິດສາມາດສຳຜັດໄດ້ຢ່າງງ່າຍດາຍທີ່ສຸດໃຫ້ແກ່ກຳລັງແຮງງານຊົນນະບົດ, ຮັບປະກັນການໜູນຊ່ວຍສັງຄົມ.
ທ່ານປະທານປະເທດ ເລືອງເກື່ອງ ຖ່າຍຮູບກັບບັນດານັກສິລະປະການດີເດັ່ນ
ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ ສະຫະສະມາຄົມໝູ່ບ້ານອາຊີບ ຫວຽດນາມ (2005 – 2025), ຕອນບ່າຍນວັນທີ 10 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເລື່ອງເກື່ອງ ໄດ້ພົບປະກັບບັນດານັກສິລະປະການດີເດັ່ນໃນໝູ່ບ້ານອາຊີບຫັດຖະກຳດີເດັ່ນໃນທົ່ວປະເທດ ແລະ ການນຳສະຫະສະມາຄົມໝູ່ບ້ານອາຊີບ ຫວຽດນາມ, ເຊິ່ງຕາງໜ້າໃຫ້ແກ່ 5.400 ໝູ່ບ້ານອາຊີບຫັດຖະກຳໃນທົ່ວປະເທດ.
ທີ່ການພົບປະ, ທ່ານປະທານປະເທດ ເລືອງເກື່ອງ ຊີ້ແຈ້ງວ່າ ໃນທຸກໄລຍະພັດທະນາຂອງປະເທດຊາດ, ໝູ່ບ້ານອາຊີບ ຍາມໃດກໍຮັບປະກັນຊີວິດແບບຍືນຍົງ, ແມ່ນເສົາຄ້ຳທີ່ສຳຄັນ, ໃກ້ຊິດສາມາດສຳຜັດໄດ້ຢ່າງງ່າຍດາຍທີ່ສຸດໃຫ້ແກ່ກຳລັງແຮງງານຊົນນະບົດ, ຮັບປະກັນການໜູນຊ່ວຍສັງຄົມ. ດັ່ງນັ້ນ, ຫວຽດນາມ ຕ້ອງຍູ້ແຮງວຽກງານພັດທະນາໝູ່ບ້ານອາຊີບ ແລະ ເບິ່ງແຍງຍົກສູງຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢູ່ບົນດາໝູ່ບ້ານອາຊີບ. ທ່ານປະທານປະເທດ ເລືອງເກື່ອງ ຮຽກຮ້ອງວ່າ:
“ຕ້ອງຕັ້ງໜ້າເຜີຍແຜ່, ອັບເດັດຄວາມຮູ້, ບຳລຸງສ້າງ, ຝຶກອົບຮົມຍົກສູງສີມືແຮງງານຢ່າງມີລະບົບ, ມີແບບມີແຜນ; ເພີ່ມທະວີທັກສະ, ຄວາມຕ້ອງການຂອງຕະຫຼາດ, ປຸກລຸກຄວາມເກັ່ງກ້າສາມາດຫົວຄິດປະດິດສ້າງ, ປົກປ້ອງສິດຜົນປະໂຫຍດອັນຊອບທຳໃຫ້ແກ່ຜູ້ຜະລິດ; ສ້າງພື້ນທີ່, ສະພາບແວດລ້ອມສະດວກເພື່ອໃຫ້ນັກສິລະປະການ, ນາຍຊ່າງລຸ້ນຕ່າງໆ ແລະ ປະຊາຊົນໃນໝູ່ບ້ານອາຊີບພັດທະນາຄວາມສາມາດບົ່ມຊ້ອນໄດ້ຢ່າງສຸດຂີດ. ພ້ອມດຽວກັນນັ້ນ ຕ້ອງເອົາໃຈໃສ່ເປັນພິເສດເຖິງການປົກປັກຮັກສາສິ່ງແວດລ້ອມໃນບັນດາໝູ່ບ້ານ, ໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນຜັນຂະຫຍາຍຮູບແບບພັດທະນາເສດຖະກິດແບບຍືນຍົງ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເປັນມິດກັບສິ່ງແວດລ້ອມ; ພັດທະນາອາຊີບໄປຄຽງຄູ່ກັບການພັດທະນາແບບຍືນຍົງ”.
(ແຫຼ່ງຄັດຈາກ VOV)