ໃນຂອບເຂດກອງປະຊຸມສຸດຍອດກ່ຽວກັບມະຫາສະໝຸດຂອງ ສປຊ ຄັ້ງທີ 3 (UNOC 3), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍທ່ານປະທານາທິບໍດີ ອີຣັກ Abdul Latif Rashid ເປັນປະທານຮ່ວມກອງປະຊຸມສຸດຍອດທົ່ງພຽງຢູ່ເຂດປາກແມ່ນ້ຳໂລກ (Delta).
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນໃນກອງປະຊຸມສຸດຍອດທົ່ງພຽງຢູ່ເຂດປາກແມ່ນ້ຳໂລກ (Delta)
ເມື່ອກ່າວຄຳເຫັນໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ກຳນົດຮັບມືກັບການປ່ຽນແປງຂອງດິນຟ້າອາກາດທົ່ງພຽງຢູ່ເຂດປາກແມ່ນ້ຳໂລກ (Delta) ບໍ່ພຽງແຕ່ແມ່ນຄຳຮຽກຮ້ອງຕ້ອງການທີ່ຮີບດ່ວນ, ພາວະວິໄສເທົ່ານັ້ນ ຫາກຍັງເປັນພາລະກຳປະຫວັດສາດ. ຫວຽດນາມ ໄດ້ເປັນເຈົ້າການຕັ້ງໜ້າສົມທົບກັບບັນດາປະເທດ, ພາກພື້ນໃນການປະຕິບັດເປົ້າໝາຍຄວບຄູ່ຢ່າງແໜ້ນແຟ້ນ, ທັງປະກອບສ່ວນຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານໂລກ, ທັງມານະພະຍາຍາມຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວໃນທົ່ວໂລກ.
ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ຍູ້ແຮງການຮ່ວມມືສາກົນໃນຕາໜ່າງເຂດ Delta ແມ່ນ້ຳທົ່ວໂລກຢ່າງມີປະສິດທິຜົນ, ສຸມໃສ່ການຖ່າຍທອດເຕັກໂນໂລຢີ, ແບ່ງປັນຂໍ້ມູນ, ປະສົບການ; ພ້ອມທັງຢັ້ງຢືນ ຫວຽດນາມ ຕັດສິນໃຈປະຕິບັດ “3 ພ້ອມ”, ເຊິ່ງລວມມີ:
“ທີໜຶ່ງແມ່ນ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການຄຸ້ມຄອງ ແລະ ບັນດາຂໍ້ລິເລີ່ມເພື່ອພັດທະນາ. ທີສອງແມ່ນ, ເຂົ້າຮ່ວມບັນດາກົນໄກຂໍ້ລິເລີ່ມ, ການຮ່ວມມືໃນພາກພື້ນ ແລະ ສາກົນ ສຳລັບເຂດ Delta. ທີສາມແມ່ນ, ພ້ອມແລ້ວທີ່ຈະມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາຄວາມມານະພະຍາຍາມລວມທົ່ວໂລກເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາຜົນກະທົບທີ່ບໍ່ດີຢ່າງມີໄຫວພິບ.”
(ແຫຼ່ງຄັດຈາກ VOV)