ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືຫຼາຍດ້ານກັບ ຈໍແດນ, ພ້ອມແລ້ວທີ່ຈະຮ່ວມມືດ້ານກະສິກຳ ແລະ ໜູນຊ່ວຍ ຈໍແດນ ຄ້ຳປະກັນດ້ານສະບຽງອາຫານ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ພົບປະກັບກະສັດ ຈໍແດນ Abdullah II bin Al Hussein (ພາບ: VGP)
ວັນທີ 08 ມິຖຸນາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 3 ຂອງສະຫະປະຊາຊາດກ່ຽວກັບມະຫາສະໝຸດ (UNOC 3) ຢູ່ນະຄອນ Nice, ປະເທດ ຝລັ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ພົບປະກັບກະສັດ ຈໍແດນ Abdullah II bin Al Hussein.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືຫຼາຍດ້ານກັບ ຈໍແດນ, ພ້ອມແລ້ວທີ່ຈະຮ່ວມມືດ້ານກະສິກຳ ແລະ ໜູນຊ່ວຍ ຈໍແດນ ຄ້ຳປະກັນດ້ານສະບຽງອາຫານ; ຮ່ວມມືໃນການຫັນເປັນດີຈີຕອນ. ສ່ວນກະສັດ ຈໍແດນ Abdullah II bin Al Hussein ສະແດງຄວາມປາດຖະໜາວ່າ 2 ຝ່າຍຈະເພີ່ມທະວີການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຮ່ວມມືໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນຍັງບໍ່ທັນແຕກ…
ການນຳ 2 ທ່ານໄດ້ເຫັນດີຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຍູ້ແຮງການສ້າງບັນດາລະບຽບການດ້ານນິຕິກຳ ເພື່ອມຸ່ງໄປເຖິງການລົງນາມໃນບັນດາຂໍ້ຕົກລົງ 2 ຝ່າຍ ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ໃນໄລຍະຈະມາເຖິງຂອງອົງກະສັດ. ການນຳ 2 ທ່ານພ້ອມກັນແລກປ່ຽນກ່ຽວກັບເລື່ອງພ້ອມກັນເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີເລື່ອງ ສະເໜີໃຫ້ ຈໍແດນ ສືບຕໍ່ສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ແລະ ຫວຽດນາມ ກ່ຽວກັບການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ແລະ ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອຢູ່ທະເລຕາເວັນອອກ, ສອດຄ່ອງກັບກົດໝາຍສາກົນ.
ແລະກໍ່ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ກໍ່ໄດ້ພົບປະກັບທ່ານລັດຖະມົນຕີກະຊວງ ເອີລົບ ແລະ ການຕ່າງປະເທດ ຝລັ່ງ Jean Noel Barrot. ທີ່ການພົບປະ, ທ່ານ ບຸຍແທັງເຊີນ ໄດ້ຕີລາຄາສູງເລື່ອງ ຝລັ່ງ ໄດ້ກະກຽມໃຫ້ແກ່ UNOC 3 ຢ່າງລອບຄອບທີ່ຖ້ວນ ແລະ ຢືນຢັນການສະໜັບສະໜູນຂອງ ຫວຽດນາມ ສຳລັບບັນດາຂໍ້ລິເລີ່ມຂອງ ຝລັ່ງ ເພື່ອແນໃສ່ຮັບມືກັບບັນດາຄວາມໝັ້ນຄົງແບບໃໝ່ໃນປະຈຸບັນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
(ແຫຼ່ງຄັດຈາກ VOV)