• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂອຕາລິດ ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຢູ່ ອາຊີ

ໃນຂອບເຂດການໄປປະຕິບັດງານ, ຄະນະຜູ້ແທນ ຫວຽດນາມ ໄດ້ດຳເນີນການພົບປະ, ເຮັດວຽກກັບເຈົ້າໜ້າທີ່ ສ.ໂອຕາລິດ.
ທ່ານ ຟານດິງຈາກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງພັກ ແລະ ທ່ານຮອງປະທານສະພາແຫ່ງລັດ ໂອຕາລິດ Peter Haubner (ພາບ: TTXVN)

ແຕ່ວັນທີ 02 – 08 ມິຖຸນາ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ຟານດິງຈາກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງພັກ, ຮອງຫົວໜ້າຜູ້ປະຈຳການຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟູມເຟືອຍ, ສິ່ງຫຍໍ້ທໍ້, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳການປະຕິຮູບຕຸລາການສູນກາງໄດ້ນຳໜ້າຄະນະຜູ້ແທນໄປຢ້ຽມຢາມ ແລະ ເຮັດວຽກຢູ່ ໂອຕາລິດ.

ໃນຂອບເຂດການໄປປະຕິບັດງານ, ຄະນະຜູ້ແທນ ຫວຽດນາມ ໄດ້ດຳເນີນການພົບປະ, ເຮັດວຽກກັບເຈົ້າໜ້າທີ່ ສ.ໂອຕາລິດ. ທີ່ບັນດາການພົບປະ, ເຮັດວຽກ, ທ່ານ ຟານດິງຈາກ ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືທີ່ເປັນມູນເຊື້ອກັບ ໂອຕາລິດ, ຖື ໂອຕາລິດ ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ ຢູ່ ເອີລົບ. ທ່ານສະເໜີໃຫ້ ໂອຕາລິດ ສະໜັບສະໜູນ, ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບ ເອີລົບ (EVIPA), ສະໜັບສະໜູນ ແລະ ຊຸກຍູ້ໃຫ້ ອີຢູ ຍົກເລີກບັດເຫຼືອງ IUU ສຳລັບສິນໃນນ້ຳສົ່ງອອກຂອງ ຫວຽດນາມ ໂດຍໄວ.

ທີ່ບັນດາການພົບປະ, 2 ຝ່າຍກໍ່ໄດ້ແລກປ່ຽນບົດຮຽນ, ແຜນນະໂຍບາຍ, ນະໂຍບາຍ, ມາດຕະການໃນຂົງເຂດປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການປະຕິຮູບຕຸລາການ ແລະ ສ້າງກົດໝາຍ…

(ແຫຼ່ງຄັດຈາກ VOV)

ຫຼາຍກວ່າ 99% ຄຳ​ເຫັນ​ໄດ້​ເຫັນ​ດີ​ຕໍ່​ຮ່າງ​ມະ​ຕິ​ວ່າ​ດ້ວຍ​ການ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາ​ດ​ຕາ​ຂອງລັດ​ຖະ​ທຳ​ມະ​ນູນ​ປີ 2013

ຫຼາຍກວ່າ 99% ຄຳ​ເຫັນ​ໄດ້​ເຫັນ​ດີ​ຕໍ່​ຮ່າງ​ມະ​ຕິ​ວ່າ​ດ້ວຍ​ການ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາ​ດ​ຕາ​ຂອງລັດ​ຖະ​ທຳ​ມະ​ນູນ​ປີ 2013

ຕອນບ່າຍວັນທີ 9 ມິຖຸນາ, ຢູ່ສະພາແຫ່ງຊາດ, ໄດ້ດຳເນີນກອງປະຊຸມຄັ້ງທີ 3 ຂອງ ຄະນະກຳມະການຮ່າງມະຕິວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປີ 2013.

Top