ທ່ານຮອງປະທານາທິບໍດີ ເວເນຊູເອລາ Jorge Marquez ຢັ້ງຢືນວ່າ ລັດຖະບານ ເວເນຊູເອລາ ມີຄວາມສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບບັນດາວິສາຫະກິດ ຫວຽດນາມ ມາລົງທຶນເຂົ້າຂົງເຂດກະສິກຳຢູ່ເວເນຊູເອລາ.
ທ່ານຮອງປະທານາທິບໍດີ ເວເນຊູເອລາ Jorge Marquez ແລະ ທ່ານ ສາດສະດາຈານ, ປ.ອ ຫງວຽນຮົ່ງເຊີນ (ພາບ: baoquocte.vn)
ໂດຍໄດ້ຮັບຄຳເຊື້ອເຊີນຂອງກະຊວງກະສິກຳ ແລະ ທີ່ດິນ ເວເນຊູເອລາ, ໃນລະຫວ່າງວັນທີ 5 – 9 ມິຖຸນາ, ຄະນະປະຕິບັດງານຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໂດຍທ່ານ ສາດສະດາຈານ, ປ.ອ ຫງວຽນຮົ່ງເຊີນ ເປັນຫົວໜ້າສະຖາບັນວິທະຍາສາດກະສິກຳ ຫວຽດນາມ (VAAS) ນຳໜ້າ, ໄປຢ້ຽມຢາມ, ເຮັດວຽກຢູ່ ເວເນຊູເອລາ. ໃນຂອບເຂດການເດີນທາງໄປປະຕິບັດງານ, ຄະນະໄດ້ພົບປະ, ເຮັດວຽກກັບເຈົ້າໜ້າທີ່ ເວເນຊູເອລາ, ໃນນັ້ນມີທ່ານຮອງປະທານາທິບໍດີ ເວເນຊູເອລາ Jorge Marquez ແລະ ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ທີ່ດິນ ເວເນຊູເອລາ Julio Leon.
ທ່ານຮອງປະທານາທິບໍດີ ເວເນຊູເອລາ Jorge Marquez ຢັ້ງຢືນວ່າ ລັດຖະບານ ເວເນຊູເອລາ ມີຄວາມສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບບັນດາວິສາຫະກິດ ຫວຽດນາມ ມາລົງທຶນເຂົ້າຂົງເຂດກະສິກຳຢູ່ເວເນຊູເອລາ. ຕາມທ່ານຮອງປະທານາທິບໍດີແລ້ວ, ເວເນຊູເອລາ ໄດ້ກະກຽມດິນກະສິກຳ 100.000 ເຮັກຕາເພື່ອສະຫງວນໃຫ້ແກ່ບັນດານັກລົງທຶນ ຫວຽດນາມ.
ສ່ວນທ່ານ ສາດສະດາຈານ, ປ.ອ ຫງວຽນຮົ່ງເຊີນ ໄດ້ຢັ້ງຢືນວ່າ ຝ່າຍ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມເດີນທາງ ແລະ ແບ່ງປັນບົດຮຽນປະສົບການກັບ ເວເນຊູເອລາ ບົນຈິດໃຈຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ. ຕາມທ່ານ ສາດສະດາຈານ, ປ.ອ ຫງວຽນຮົ່ງເຊີນແລ້ວ, ການຮ່ວມມືໃນຂົງເຂດກະສິກຳ ຈະກາຍເປັນໜຶ່ງໃນບັນດາເສົາຄ້ຳຍຸດທະສາດໃນການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ ເວເນຊູເອລາ ໂດຍໄວ.
(ແຫຼ່ງຄັດຈາກ VOV)