ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນການເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືກັບ Tuvalu , ທ່ານປາດຖະໜາຢາກສອງປະເທດສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໂດຍໄວ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີ Tuvalu Feleti Penitala Teo
ຕອນເຊົ້າວັນທີ 9 ມິຖຸນາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 3 ຂອງ ສປຊ ກ່ຽວກັບມະຫາສະໝຸດ (UNOC-3) ຢູ່ນະຄອນ Nice, ຝລັ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ Tuvalu Feleti Penitala Teo
ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນການເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືກັບ Tuvalu , ທ່ານປາດຖະໜາຢາກສອງປະເທດສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໂດຍໄວ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີສອງຝ່າຍສ້າງຕັ້ງ ແລະ ຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍເພື່ອແນໃສ່ຍາດແຍ່ງຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດ.
ການນຳສອງທ່ານກໍ່ໄດ້ແລກປ່ຽນບັນດາມາດຕະການເພື່ອແນໃສ່ສົມທົບ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ກ່ຽວກັບບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີການເພີ່ມທະວີການຮ່ວມມືລະຫວາງ ອາຊຽນ ແລະ ບັນດາປະເທດກາະປາຊີຟິກ ແລະ ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ແລະ ອາຊຽນ ໃນບັນຫາທະເລຕາເວັນອອກ.
ແລະກໍ່ໃນຕອນເຊົ້າວັນທີ 9 ມິຖຸນາ, ທີ່ການພົບປະກັບທ່ານ ຜູ້ອຳນວຍການໃຫຍ່ UNESCO, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກ່ໍຖືເປັນສຳຄັນບົດບາດ, ການປະກອບສ່ວນຂອງ UNESCO ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ການຊຸກຍູ້ການພັດທະນາແບບຍືນຍົງໃນໂລກ ຜ່ານການຊຸກຍູ້ການຮ່ວມມືຫຼາຍຝ່າຍກ່ຽວກັບການສຶກສາ, ວັດທະນະທຳ, ວິທະຍາສາດ.
(ແຫຼ່ງຄັດຈາກ VOV)