ຕອນເຊົ້າວັນທີ 26 ພຶດສະພາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ມີການພົບປະກັບທ່ານປະທານາທິບໍດີ ຝະລັ່ງ Emmanuel Macron ທີ່ພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 25 – 27ພຶດສະພາ.
ທ່ານເລຂາທິການໃຫຍ່ ໂຕເລີມ ພົບປະກັບປະທານາທິບໍດີ ຝລັ່ງ Emmanuel Macron
ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລີມ ເນັ້ນໜັກວ່າ: ຝລັ່ງ ແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານທຳອິດຂອງ ຫວຽດນາມ ໃນສະຫະພາບ ເອີລົບ (EU); ຢືນຢັນວ່າ ຫວຽດນາມ ໃຫ້ຄວາມສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືຫຼາຍດ້ານກັບ ຝລັ່ງ. ສ່ວນທ່ານປະທານາທິບໍດີ Emmanuel Macron ເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີທີ່ຕັ້ງບົດບາດ ສຳຄັນໃນ ນະໂຍບາຍຂອງ ຝະລັ່ງ ຢູ່ພາກພື້ນ ອິນເດຍ - ປາຊີຟິກ; ທ່ານຖືວ່ານີ້ແມ່ນການພົວພັນທີ່ມີລັກສະນະພິເສດ, ໂດຍຜ່ານຫຼາຍໄລຍະທີ່ແຕກຕ່າງກັນໃນປະຫວັດສາດແລະປັດຈຸບັນໄດ້ຮັບການກໍ່ສ້າງບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈຢ່າງສູງແລະຄວາມເຄົາລົບເຊິ່ງກັນແລະກັນ. ຮັບຮູ້ຂອບເຂດການພົວພັນຄູ່ຮ່ວມມື ຍຸດທະສາດ ຮອບດ້ານ ຫວຽດນາມ - ຝະລັ່ງ ແມ່ນຈຸດທີ່ສົດໃສ ໃນສະພາບການໂລກພວມພັດທະນາຢ່າງວ່ອງໄວ ແລະ ສັບສົນ, ການນຳ 2 ທ່ານເຫັນດີຈະສືບຕໍ່ ໃຫ້ບຸລິມະສິດຊຸກຍູ້ການຮ່ວມມືດ້ານການເມືອງ - ການທູດ, ການປ້ອງກັນຊາດ - ປ້ອງກັນຄວາມ ສະຫງົບ ໃນນັ້ນມີຄວາມປອດໄພທາງອິນເຕີເນັດ, ເສດຖະກິດ - ການຄ້າ - ການລົງທຶນ, ເສດຖະກິດທາງທະເລ, ການຮ່ວມມືພັດທະນາ ແລະ ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ໃນນັ້ນມີວັດທະນະທຳ, ການສຶກສາ ບຳລຸງສ້າງ ແລະ ຊຸກຍູ້ການລົງນາມໃນບັນດາ ຂໍ້ຕົກລົງໃນຫຼາຍຂົງເຂດ. 2 ຝ່າຍເຫັນດີເປັນເອກະສັນຊຸກຍູ້ການຮ່ວມມືໃນຂົງເຂດການຫັນປ່ຽນພະລັງງານ, ຝລັ່ງ ສະໜັບສະໜູນ ຫວຽດນາມ ໃນຂອບເຂດຄູ່ຮ່ວມມືຍຸດທະສາດຫັນປ່ຽນພະລັງງານຍຸດຕິທຳ (JETP), ເປີດກ້ວາງສູ່ການຮ່ວມມືດ້ານພະລັງງານນິວເຄຼຍ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ການນຳໃຊ້ນິວເຄຼຍໂດຍສັນຕິພາບຄືໃນຂົງເຂດການແພດ; ສູ້ຊົນໃຫ້ມີບັນດາໂຄງການຈຸດສຸມທີ່ເປັນສັນຍາລັກໃຫ້ແກ່ການຮ່ວມມືໃໝ່ລະຫວ່າງ 2 ປະເທດໃນສັງກາດ ພັດທະນາໃໝ່ຂອງຫວຽດນາມ.
ການນຳ 2 ທ່ານກໍ່ເຫັນດີເພີ່ມທະວີການຮ່ວມມື ໃນບັນດາຂົງເຂດເຊິ່ງສອງຝ່າຍມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ, ໃນນັ້ນ ຝະລັ່ງ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການເຊັ່ນ: ພື້ນຖານ ໂຄງລ່າງຍຸດທະສາດ, ຄົມມະນາຄົມໃນຕົວເມືອງ ແລະ ທາງລົດໄຟ ເພື່ອຕອບສະໜອງບັນດາ ເປົ້າໝາຍໃນສັງກາດໃໝ່, ສັງກາດແຫ່ງການ ພັດທະນາ ແລະ ວັດທະນາຖາວອນຂອງ ຊາດຫວຽດນາມ.
(ແຫຼ່ງຄັດຈາກ VOV)