ທ່ານປະທານປະເທດ ເລືອງເກືອງໃຫ້ຮູ້ວ່າ ຫວຽດນາມ ພວມມານະພະຍາຍາມເພື່ອກ້າວເຂົ້າສູ່ສັງກາດພັດທະນາໃໝ່, ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045.
ທ່ານປະທານປະເທດ ເລືອງເກືອງ ແລະ ພັນລະຍາ ເປັນປະທານງານລ້ຽງລະດັບຊາດຕ້ອນຮັບທ່ານປະທານາທິບໍດີຝລັ່ງ Emmanuel Macron ແລະ ພັນລະຍາ
ຕອນຄ່ຳວັນທີ 2 ພຶດສະພາ, ຢູ່ສູນກອງປະຊຸມສາກົນ, ຮ່າໂນ້ຍ, ທ່ານປະທານປະເທດ ເລືອງເກືອງ ແລະ ພັນລະຍາ ໄດ້ເປັນປະທານງານລ້ຽງລະດັບຊາດຕ້ອນຮັບທ່ານປະທານາທິບໍດີຝລັ່ງ Emmanuel Macron ແລະ ພັນລະຍາ ທີ່ພວມມີການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມໃນລະຫວ່າງວັນທີ 25 – 27 ພຶດສະພາ.
ກ່າວຄຳເຫັນທີ່ເຫດການ, ທ່ານປະທານປະເທດ ເລືອງເກືອງໃຫ້ຮູ້ວ່າ ຫວຽດນາມ ພວມມານະພະຍາຍາມເພື່ອກ້າວເຂົ້າສູ່ສັງກາດພັດທະນາໃໝ່, ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045. ເພາະສະນັ້ນ, ຫວຽດນາມປາດຖະໜາຢາກໃຫ້ປະເທດຝລັ່ງ ເຊິ່ງແມ່ນເພື່ອນມິດມາແຕ່ດົນນານ ສືບຕໍ່ມີໜ້າໃນວິວັດການມຸ່ງໄປເຖິງຄວາມວັດທະນາຖາວອນ, ຄວາມຮັ່ງມີເຂັ້ມແຂງ ແລະ ສີວິໄລຂອງຫວຽດນາມ. ທ່ານໃຫ້ຮູ້ວ່າ:
ດ້ວຍການກຳນົດທິດຖືວິທະຍາສາດ, ເຕັກໂນໂລຢີ ເປັນກຳລັງໜູນຫຼັກແຫຼ່ງ ໃຫ້ແກ່ການພັດທະນາ, ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ສ.ຝລັ່ງ, ປະເທດທີ່ມີບົດຮຽນປະສົບການຫຼາຍຢ່າງ ແລະ ມີພື້ນຖານເຕັກໂນໂລຢີທີ່ກ້າວໜ້າ, ເພື່ອພ້ອມກັນສ້າງບັນດາໂຄງການທີ່ມີລັກສະນະບຸກທະລຸ, ບໍ່ພຽງແຕ່ຮັບໃຊ້ຜົນປະໂຫຍດຂອງສອງປະເທດເທົ່ານັ້ນ, ຫາກຍັງປະກອບສ່ວນແກ້ໄຂບັນດາບັນຫາຮີບດ່ວນຂອງມວນມະນຸດອີກດ້ວຍ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍພື້ນຖານປະຫວັດສາດອັນຍາວນານ, ຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງ ແລະ ຄວາມເຫັນດີເຫັນພ້ອມ, ຄວາມຕັດສິນໃຈຢ່າງແຮງຂອງການນຳ ແລະ ປະຊາຊົນສອງປະເທດ, ການພົວພັນ ຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ຝລັ່ງຈະສືບຕໍ່ບືນຕົວໄປໄກ, ບັນລຸໄດ້ບັນດາຜົນສຳເລັດໃນການພັດທະນາໃໝ່, ສົມກັບກຳລັງຄວາມສາມາດບົ່ມຊ້ອນ, ແງ່ຫວັງ ແລະ ຜົນປະໂຫຍດຂອງສອງຊາດ ພວກເຮົາ.
(ແຫຼ່ງຄັດຈາກ VOV)