• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມສຸດຍອດ ອາ​ຊຽນ - GCC ຄັ້ງ​ທີ 2

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັ້ກວ່າ ອາຊຽນ ແລະ ສະພາຮ່ວມມືເຂດອ່າວເປີເຊຍ ຕ້ອງພ້ອມກັນກຳນົດທິດ, ສ້າງຮູບແບບຮ່ວມມືລະຫວ່າງເຂດລຸ້ນໃໝ່ ບົນພື້ນຖານຄວາມຈິງໃຈ, ແທດຈິງ, ຮອບດ້ານ ແລະ ຄວາມສະໜິດຕິດພັນ ແລະ ມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບການນຳບັນດາປະເທດ ອາຊຽນ ແລະ 6 ປະເທດເຂດອ່າວເປີເຊຍ ເຂົ້າຮ່ວມກອງປະຊຸມ GCC ຄັ້ງທີ 2 (ພາບ: TTXVN)

ກອງປະຊຸມສຸດຍອດ ອາຊຽນ - ສະພາຮ່ວມມືເຂດອ່າວເປີເຊຍ (GCC) ຄັ້ງທີ 2 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 27 ພຶດສະພາ, ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບການນຳບັນດາປະເທດ ອາຊຽນ ແລະ 6 ປະເທດເຂດອ່າວເປີເຊຍຄື: ອາຣັບບິ ຊາອຸດິດ, ສະຫະລັດ ອາຣັບເອມີເລດ, ກູເວດ, ກາຕາ, ບາເຣນ ແລະ ໂອມານເຂົ້າຮ່ວມ ກອງປະຊຸມ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ປະທານ ອາຊຽນ 2025 ໃຫ້ຮູ້ວ່າ ຫົວຂໍ້ປີປະທານອາຊຽນຂອງ ມາເລເຊຍ ແມ່ນ ກວມລວມ ແລະ ຍືນຍົງ ສອ່ງແສງໃຫ້ເຫັນບັນດາມູນຄ່າລວມຂອງ ອາຊຽນ ແລະ GCC ກ່ຽວກັບຄວາມມີສະຖຽນລະພາບຜ່ານຄວາມເປັນເອກະພາບ, ວັດທະນາຖາວອນ ຜ່ານການຮ່ວມມື ແລະ ຄວາມສາມາດໃນການຟື້ນຟູຜ່ານຄວາມຮັບຜິດຊອບລວມ.

ສ່ວນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັ້ກວ່າ ອາຊຽນ ແລະ ສະພາຮ່ວມມືເຂດອ່າວເປີເຊຍ ຕ້ອງພ້ອມກັນກຳນົດທິດ, ສ້າງຮູບແບບຮ່ວມມືລະຫວ່າງເຂດລຸ້ນໃໝ່ ບົນພື້ນຖານຄວາມຈິງໃຈ, ແທດຈິງ, ຮອບດ້ານ ແລະ ຄວາມສະໜິດຕິດພັນ ແລະ ມີປະສິດທິຜົນ.

ຕີລາຄາສູງຄວາມສາມາດບົ່ມຊ້ອນໃນການຮ່ວມມື ອາຊຽນ - GCC, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີສອງຝ່າຍສ້າງຂໍ້ຕົກລົງຮ່ວມມືເສດຖະກິດຮ່ວມໂດຍໄວທີ່ມີລັກສະນະໄຫວພິບ, ອາດສາມາດຜັນຂະຫຍາຍໂດຍໄວ, ເພື່ອແນໃສ່ຊຸກຍູ້ການສຳຜັດກັບຕະຫຼາດ, ເຊື່ອມຕໍ່ລະບົບສະໜອງ, ໜູນຊ່ວຍການລົງທຶນສອງສົ້ນ.

(ແຫຼ່ງຄັດຈາກ VOV)

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢູງ ພົບປະກັບລັດຖະມົນຕີກະຊວງເສດຖະກິດອຸດສາຫະກຳ ຍີ່ປຸ່ນ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢູງ ພົບປະກັບລັດຖະມົນຕີກະຊວງເສດຖະກິດອຸດສາຫະກຳ ຍີ່ປຸ່ນ

ໃນຂອບເຂດການໄປປະຕິບັດງານ ຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມອະນາຄົດອາຊີ, ຕອນເຊົ້າວັນທີ 29 ພຶດສະພາ ຢູ່ ນະຄອນຫລວງໂຕກຽວ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິງຢູງ ໄດ້ມີການພົບປະກັບລັດຖະມົນຕີກະຊວງເສດຖະກິດອຸດສາຫະກຳ ຍີ່ປຸ່ນ Muto Yoji.

Top