• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ - ຟີ​ລິບ​ປິນ ໃຫ້​ບັນ​ລຸ 10 ຕື້ USD ໂດຍ​ໄວ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ Ferdinand Marcos Jr ຕີລາຄາສູງບັນດາຄວາມຄືບໜ້າທີ່ດີໃນການພົວພັນລະຫວ່າງ ຟີລິບປິນ ແລະ ຫວຽດນາມ; ໂດຍຖືວ່າ ສອງຝ່າຍມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ກະສິກຳ, ການສົ່ງອອກເຂົ້າສານ, ພະລັງງານທົດແທນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານປະທານາທິບໍດີ ຟີລິບປິນ Ferdinand Marcos Jr (ພາບ: VGP)

ໃນຂອບເຂດການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມທີ່ກ່ຽວຊ້ອງ ຢູ່ ກົວລາ ລຳເປີ, ມາເລເຊຍ, ຕອນບ່າຍວັນທີ 26 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານປະທານາທິບໍດີ ຟີລິບປິນ Ferdinand Marcos Jr.

        ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ Ferdinand Marcos Jr ຕີລາຄາສູງບັນດາຄວາມຄືບໜ້າທີ່ດີໃນການພົວພັນລະຫວ່າງ ຟີລິບປິນ ແລະ ຫວຽດນາມ; ໂດຍຖືວ່າ ສອງຝ່າຍມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ກະສິກຳ, ການສົ່ງອອກເຂົ້າສານ, ພະລັງງານທົດແທນ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍຕັ້ງໜ້າຊຸກຍູ້ບາງເນື້ອໃນຮ່ວມມືຈຸດສຸມໃນໄລຍະຈະມາເຖິງ, ໃນນັ້ນ ໃຫ້ບຸລິມະສິດສູງແກ່ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ອຳນວຍຄວາມສະດວກໃນການແລກປ່ຽນການຄ້າ, ສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ບັນລຸ 10 ຕື້ USD ໂດຍໄວ; ເພີ່ມທະວີການຮ່ວມມືເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຕ້ານການປ່ຽນແປງຂອງດິນຟ້າອາກາດ. ນອກຈາກນັ້ນແລ້ວ, ການນຳສອງປະເທດກໍໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

 

(ແຫຼ່ງຄັດຈາກ VOV)

ວິ​ວັດ​ການ 11 ປີ​ຢັ້ງ​ຢືນ​ຖາ​ນະ​ບົດ​ບາດ ຫວຽດ​ນາມ ບົນ​ແຜນ​ທີ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ໂລກ

ວິ​ວັດ​ການ 11 ປີ​ຢັ້ງ​ຢືນ​ຖາ​ນະ​ບົດ​ບາດ ຫວຽດ​ນາມ ບົນ​ແຜນ​ທີ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ໂລກ

ວັນທີ 27 ພຶດສະພາ, ສະເຫຼີມສະຫຼອງ 11 ປີແຫ່ງວັນມູນເຊື້ອກົມຮັກສາສັນຕິພາບ ຫວຽດນາມ (27/5/2014 – 27/5/2025). ວິວັດການ 11 ປີແຫ່ງວັນເຂົ້າຮ່ວມກຳລັງປົກປັກຮັກສາສັນຕິພາບ ສປຊ ໄດ້ຢັ້ງຢືນຖານະບົດບາດ ຫວຽດນາມ ບົນແຜນທີ່ປົກປັກຮັກສາສັນຕິພາບ ໂລກ.

Top