ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ AIPA ເສີມຂະຫຍາຍບົດບາດນຳໜ້າໃນການສ້າງກອບນິຕິກຳ ແລະ ລະບອບລະບຽບການໃຫ້ສົມບູນແບບ ເພື່ອຜັນຂະຫຍາຍວິໄສທັດປະຊາຄົມ ອາຊຽນ 2045, ສ້າງກົນໄກ, ນະໂຍບາຍເພື່ອເສີມຂະຫຍາຍບົດບາດກ່ຽວກັບ “ຫົວຄິດປະດິດສ້າງ ແລະ ເຕັກໂນໂລຢີ” ແລະ ໃນການເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ຂອງປະຊາຊົນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບບັນດາການນຳອາຊຽນ ໄດ້ເຂົ້າຮ່ວມ 3 ວາລະໂອ້ລົມສົນທະນາສຳຄັນກັບສະພາລັດຖະສະພາ ອາຊຽນ (AIPA) (ພາບ: TTXVN)
ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນຄັ້ງທີ 46 ຢູ່ Kuala Lumpur (ມາເລເຊຍ), ຕອນບ່າຍວັນທີ 26 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບບັນດາການນຳອາຊຽນ ໄດ້ເຂົ້າຮ່ວມ 3 ວາລະໂອ້ລົມສົນທະນາສຳຄັນກັບສະພາລັດຖະສະພາ ອາຊຽນ (AIPA), ຊາວໜຸ່ມ ອາຊຽນ ແລະ ສະພາໃຫ້ຄຳປຶກສາດຳເນີນທຸລະກິດ ອາຊຽນ (ABAC).
ກ່າວຄຳເຫັນທີ່ວາລະໂອ້ລົມສົນທະນາ ກັບ AIPA, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ AIPA ເສີມຂະຫຍາຍບົດບາດນຳໜ້າໃນການສ້າງກອບນິຕິກຳ ແລະ ລະບອບລະບຽບການໃຫ້ສົມບູນແບບ ເພື່ອຜັນຂະຫຍາຍວິໄສທັດປະຊາຄົມ ອາຊຽນ 2045, ສ້າງກົນໄກ, ນະໂຍບາຍເພື່ອເສີມຂະຫຍາຍບົດບາດກ່ຽວກັບ “ຫົວຄິດປະດິດສ້າງ ແລະ ເຕັກໂນໂລຢີ” ແລະ ໃນການເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ຂອງປະຊາຊົນ.
ທີ່ວາລະໂອ້ລົມສົນທະນາກັບ ຊາວໜຸ່ມ ອາຊຽນ ດ້ວຍຫົວຂໍ້ “ຊາວໜຸ່ມເພື່ອອະນາຄົດຍືນຍົງ: ຊຸກຍູ້ຄວາມກວມລວມ ແລະ ກຳລັງໜູນປ່ຽນແປງໃນອາຊຽນ”, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງແບ່ງປັນສານ “ການກະທຳມື້ນີ້ - ສ້າງມື້ອື່ນ”. ທ່ານນາຍົກລັດຖະມົນຕີ ສະເໜີບັນດາປະເທດ ອາຊຽນ ສຸມໃສ່ເຂົ້າ 5 ຈຸດສຸມລວມມີ: ສ້າງພື້ນຖານການສຶກສາເປີດ, ໜູນຊ່ວຍພັດທະນາວິທະຍາສາດເຕັກໂນໂລຢີ ແລະ ຫັນເປັນດີຈີຕອນ, ຊຸກຍູ້ການເລີ່ມຕົ້ນ Startup, ສ້າງສະຖານທີ່ໂອ້ລົມເພື່ອຮັບຟັງຄຳເວົ້າຂອງຊາວໜຸ່ມ ແລະ ສົ່ງເສີມຊາວໜຸ່ມເຂົ້າຮ່ວມການປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງ.
ຢູ່ວາລະໂອ້ລົມສົນທະນາກັບສະພາໃຫ້ຄຳປຶກສາດຳເນີນທຸລະກິດ (ASEAN-BAC), ທ່ານນາຍົກລັດຖະມົນຕີ ຢັ້ງຢືນວິສາຫະກິດແມ່ນຫົວໃຈຂອງການເຕີບໂຕອາຊຽນ ແລະ ໃຫ້ຄຳໝັ້ນສັນຍາ ລັດຖະບານ ຫວຽດນາມຈະສ້າງ “ລະບອບລະບຽບການທີ່ສະດວກ, ພື້ນຖານໂຄງລ່າງລຸລ່ວງ, ການຄຸ້ມຄອງທີ່ເປັນອັດສະລິຍະ”ເພື່ອພ້ອມກັບບັນດາລັດຖະບານ ແລະ ວິສາຫະກິດບັນດາປະເທດສະມາຊິກ ນຳອາຊຽນກາຍເປັນອົງການເສດຖະກິດທີ່ມີຄວາມຂະຫຍັນຂັນເຄື່ອນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກວມລວມ ແລະ ຍືນຍົງ, ພ້ອມແລ້ວທີ່ຈະຮັບມືກັບທຸກການຜັນແປຂອງໂລກ.
(ແຫຼ່ງຄັດຈາກ VOV)